Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170
ເມືອງຂວາ ປາຖະກະຖາ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນເກີດຂອງ ທ່ານ ແອຮເນສໂຕ ເຈກາວາລາ ຄົບຮອບ 98 ປີ -

ເມືອງຂວາ ປາຖະກະຖາ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນເກີດຂອງ ທ່ານ ແອຮເນສໂຕ ເຈກາວາລາ ຄົບຮອບ 98 ປີ

ເມືອງຂວາ ປາຖະກະຖາ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນເກີດຂອງ ທ່ານ ແອຮເນສໂຕ ເຈກາວາລາ

ຄົບຮອບ 98 ປີ

     ວັນທີ 4 ມິຖຸນາ 2026 ນີ້ ເມືອງຂວາ ແຂວງຜົ້ງສາລີ ໄດ້ຈັດພິທີ ປາຖະກະຖາ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນເກີດຂອງ ທ່ານ ແອຮເນສໂຕ ເຈກາວາລາ ຄົບຮອບ 98 ປີ ຂື້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ສອນສະໜຸກ ສີສຸລາດ ກໍາມະການພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງຂວາ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, , ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານ, ທະຫານ, ຕໍາຫຼວດ, ເລຂາພັກນາຍບ້ານພ້ອມດ້ວຍນ້ອງນ້ອຍນັກຮຽນ ເຂົ້າຮ່ວມ.

     ທ່ານ ສີພັນ ພົມມະນີ ກໍາມະການປະຈໍາພັກເມືອງ ຫົວໜ້າຄະນະໂຄສະນາອົບຮົາເມືອງ ໄດ້ຂຶ້ນປາຖະກະຖາວັນເກີດຂອງ ທ່ານ ແອຮເນສໂຕເຈກາວາລາ ຄົບຮອບ 98 ປີ. ຈາກນັ້ນ, ໃນພິທີ ກໍ່ໄດ້ຮັບຟັງການປາຖະກະຖາວັນສົນທິສັນຍາວ່ສດ້ວຍສິດທິເດັກ ( ວັນເດັກໂລກ) ແລະ ປາຖະກະຖາ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ. ການສະເຫຼີມສະຫຼອງວັນເດັກ ນ້ອຍສາກົນ ຊຶ່ງແຕ່ລະປີແມ່ນເຫດການທີ່ສໍາຄັນຕໍ່ເດັກ. ຈຸດປະສົງແນໃສ່ຊຸກຍູ້ສົ່ງເສີມ ພັດທະນາ ແລະ ປົກປ້ອງເດັກໃນທົ່ວໂລກໃຫ້ເດັກມີຄວາມເປັນຢູ່ທີ່ດີ ແລະ ການດໍາເນີນກິດຈະກໍາຕ່າງໆ ເພື່ອເດັກ. ຍ້ອນເຫັນໄດ້ຄວາມສໍາຄັນຂອງເດັກ ທີ່ເປັນອະນາຄົດຂອງຊາດ ເປັນເມັດພຶດ ເປັນໜໍ່ແໜງທຶນຮອນແຫ່ງຊີວິດໃນມື້ນີ້ ເພື່ອກາຍເປັນອະນາຄົດອັນແຈ່ມໃສຂອງປະເທດຊາດໃນມື້ໜ້າ. ຄອບຄົວ ກໍແມ່ນຈຸດໜຶ່ງທີ່ຕ້ອງໄດ້ເອົາໃຈໃສ່ໃນການພັດທະນາຊີວິດຂອງເດັກ ໃນການເຂົ້າເຖິງການບໍລິການທາງດ້ານສຸຂະພາບ ແລະ ເຂົ້າຮ່ວມກິດຈະກໍາອື່ນໆ ຕາມຄວາມສາມາດ, ບັນດາປະຊາຊາດໃນທົ່ວໂລກ ຈຶ່ງໄດ້ສະເຫຼີມສະຫຼອງວັນເດັກນ້ອຍສາກົນຕາມເງື່ອນໄຂ ແລະ ສະພາບຕົວຈິງຂອງປະເທດຕົນ.
ໂອກາດນີ້, ທ່ານ ສອນສະໜຸກ ສີສຸລາດ ໄດ້ຜ່ານສານຂອງພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວເຖິງເດັກລາວບັນດາເຜົ່າ(ເນື່ອງໃນໂອກາດວັນເດັກສາກົນ 1 ມິຖຸນາ 2026) ຊຶ່ງທ່ານໄດ້ກ່າວວ່າ: ໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2026 ທີ່ໄດ້ໝູນວຽນມາບັນຈົບຄົບຮອບ 102 ປີ(1924-2026), ໃນນາມຕາງໜ້າໃຫ້ການນໍາພັກ-ລັດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຮັກແພງ, ຄວາມຫ່ວງໃຍ ແລະ ຄໍາອວຍພອນອັນປະເສີດ ມາຍັງລູກຫຼານອະນຸຊົນ, ເຍົາວະຊົນ ແລະ ເດັກລາວບັນດາເຜົ່າທຸກຄົນ ທັງພາຍໃນປະເທດ ແລະ ເດັກລາວທີ່ສຶກສາຮໍ່າຮຽນ ແລະ ອາໄສຢູ່ຕ່າງປະເທດ. ການສະເຫຼີມສະຫຼອງວັນເດັກສາກົນ 1 ມິຖຸນາ ໃນທຸກປີ ເປັນວັນແຫ່ງຄວາມສຸກ ແລະ ຄວາມເບີກບານມ່ວນຊື່ນຂອງເດັກ, ທັງເປັນໂອກາດ ທີ່ທົ່ວສັງຄົມໄດ້ຮ່ວມກັນທົບທວນ ແລະ ຢືນຢັນຄວາມສຳຄັນຂອງການສົ່ງເສີມ ແລະ ປົກປ້ອງສິດທິເດັກ, ສ້າງສະພາບແວດລ້ອມທີ່ປອດໄພ, ອົບອຸ່ນ ແລະ ເປັນມິດ ເພື່ອໃຫ້ເດັກທຸກຄົນ ໄດ້ເຕີບໃຫຍ່ຢ່າງມີຄຸນນະພາບ. ເດັກນ້ອຍທຸກຄົນ ແມ່ນຄວາມຫວັງ, ແມ່ນກໍາລັງສຳຄັນ ແລະ ອະນາຄົດຂອງຊາດ, ເປັນຜູ້ສືບທອດ ແລະ ເປັນກໍາລັງຫຼັກແຫຼ່ງ ໃນການພັດທະນາປະເທດໃນອະນາຄົດ. ດັ່ງນັ້ນ ການດູແລປົກປ້ອງເດັກ ແລະ ສ້າງໂອກາດໃຫ້ເດັກຈຶ່ງເປັນຄວາມຮັບຜິດຊອບຮ່ວມກັນ ຂອງທຸກຄົນໃນສັງຄົມ. ສໍາລັບ ສປປ ລາວ, ການສະເຫຼີມສະຫຼອງວັນເດັກສາກົນ ໄດ້ດໍາເນີນຄຽງຄູ່ກັບວັນປູກຕົ້ນໄມ້ແຫ່ງຊາດ ແມ່ນເພື່ອປູກຝັງໃຫ້ເດັກມີຄວາມຮັບຜິດຊອບ, ຮັກໃນການປົກປັກຮັກສາທຳມະຊາດ ແລະ ສິ່ງແວດ ລ້ອມ ຕັ້ງແຕ່ຍັງນ້ອຍ, ເດັກປຽບເໝືອນຕົ້ນກ້າ ທີ່ຕ້ອງການດູແລ, ອົບຮົມສັ່ງສອນຈາກ ພໍ່ແມ່, ຜູ້ປົກຄອງ, ຄູ-ອາຈານ ແລະ ສັງຄົມ ເພື່ອສ້າງພູມຄຸ້ມກັນໃຫ້ເດັກຫ່າງໄກຈາກສິ່ງທີ່ບໍ່ດີ, ສ້າງໃຫ້ເຂົາເຈົ້າເຕີບໃຫຍ່ ເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບ, ເປັນຜູ້ສືບທອດ ແລະ ຕັດສິນຊາຕາກຳຂອງຊາດໃນອະນາຄົດ. ຈາກນັ້ນ, ກໍ່ໄດ້ຈັດກິດຈະກໍາສັກຢາ-ຢອດຢາໃຫ້ເດັກນ້ອຍ ເນື່ອງໃນໂອກາດວັນເດັກສາກົນຕື່ມອີກ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet