
ເມືອງຂວາ ແຂວງຜົ້ງສາລີ ປາຖະກະຖາ 6 ວັນປະຫວັດສາດ ແລະ ເອກະສານສໍາຄັນຂອງພັກ
ໃນຕອນເຊົ້າຂອງວັນທີ 13 ກໍລະກົດ 2026ນີ້, ເມືອງຂວາໄດ້ຈັດຕັ້ງພິທີປາຖະກະຖາ 6 ວັນປະຫວັດສາດ ແລະ ເອກະສານສໍາຄັນຂອງພັກ ໂດຍການເປັນປະທານຂອງ ທ່ານ ສອນສະໜຸກ ສີສຸລາດ ກໍາມະການພັກແຂວງ, ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ, ມີບັນທ່ານຄະນະປະຈໍາພັກເມືອງ, ກໍາມະການພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານລັດ-ຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ພະນັກງານອາດີດການນໍາ, ເລຂາພັກນາຍບ້ານອ້ອມຂ້າງເທດສະບານເມືອງເຂົ້າຮ່ວມ.

ສໍາລັບເອກະສານທີ່ນໍາມາປາຖະກະຖາໃນຄັ້ງນີ້ປະກອບມີ: ວັນແມ່ຍິງລາວ ຄົບຮອບ 71 ປີ ວັນທີ 20 07 ປີ 1955 -20-07-2026, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 49 ປີ ( 18 07 1977 – 18 07 2026), ວັນສ້າງຕັ້ງກະຊວງ ຍທຂ ຄົບຮອບ 75 ປີ (13 07 1951-13.07.2026), ວັນກິລາ-ກາຍຍະກຳແຫ່ງຊາດລາວ ຄົບຮອບ 60 ປີ (13.07.1966-13 07 2026), ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ (05.09.1962-05 09 2026), ວັນເກີດ ປະທານ ສຸພານຸວົງ ຄົບຮອບ 117 ປີ ( 13.07 1909 13.07.2026) ແລະ ມະຕິ ວາດ້ວຍການເພີ່ມທະວີການນໍາພາຂອງພັກຕໍ່ວຽກງານກໍ່ສ້າງຮາກຖານການເມືອງ.

ຊຶ່ງຈຸດປະສົງໃນການໂຄສະນາປາຖະກະຖາ ໃນຄັ້ງນີ້ ກໍ່ເພື່ອໃຫ້ຄະນະພັກ, ສະມາຊິກພັກ-ພະນັກງານ ບັນດາ ຫ້ອງການ, ກົມກອງ, ອົງການ, ລັດວິສາຫະກິດ ອ້ອມຂ້າງເມືອງ ແລະ ພໍ່ແມ່ປະຊາຊົນ ບັນດາເຜົ່າ ພາຍໃນເມືອງຂອງຕົນ ໄດ້ລະນຶກເຖິງຜົນງານ, ຄຸນງາມຄວາມດີ ຂອງປະທານ ສຸພານຸວົງ ຜູ້ນຳທີ່ແສນຮັກ ຂອງຊາດລາວ ໃນພາລະກິດຕໍ່ສູ້ ປົດປ່ອຍປະເທດຊາດ, ກໍ່ຄືການປະຕິບັດ 2 ໜ້າທີ່ຍຸດທະສາດຄື: ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ແລະ ຮ່ວມກັນຜັນຂະຫຍາຍ ວັນເຊັນສົນທິສັນຍາ ມິດຕະພາບ-ການຮ່ວມມືລາວ-ຫວຽດນາມ ຄົບຮອບ 49 ປີ ແລະ ການສ້າງຕັ້ງສາຍ ພົວພັນການທູດລາວ -ຫວຽດນາມ ຄົບຮອບ 64 ປີ ໃຫ້ນັບມື້ເລິກຊຶ່ງຍິ່ງຂຶ້ນ, ໃຫ້ ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບມູນເຊື້ອອັນດີງາມ ຂອງປະທານ ສຸພານຸວົງ ແລະ ຍົກສູງສະຕິ, ຕື່ນຕົວເປັນເຈົ້າການ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີລະຫວ່າງ ລາວ-ຫວຽດນາມ ແລະ ຄວາມສາມັກຄີ ລະຫວ່າງ ປະຊາຊົນບັນດາເຜົ່າພາຍໃນຊາດ, ເສີມຂະຫຍາຍມູນເຊື້ອຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ສ້າງ ຄວາມສາມັກຄີປອງດອງ, ມີສະຕິລະວັງຕົວຕໍ່ກົນອຸບາຍ ມ້າງເພທຳລາຍຂອງ ອິດທິກຳລັງປໍລະປັກ ແລະ ສະແດງ ຄວາມກະຕັນຍູຮູ້ບຸນຄຸນຕໍ່ຜູ້ນໍາພັກ ແລະ ລັດຖະບານຮຸ່ນ ກໍ່ຕັ້ງ, ຍ້ອນມີເພິ່ນໃນມື້ນັ້ນຈຶ່ງມີພວກເຮົາໃນມື້ນີ້ ພ້ອມກັນ ເປັນເຈົ້າການເຂົ້າຮ່ວມໃນການເສີມຂະຫຍາຍສາຍພົວພັນ ພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ ນັບມື້ເຂົ້າສູ່ລວງເລິກ, ປະກອບສ່ວນເຂົ້າໃນການແກ້ໄຂ້ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ບົນພື້ນຖານ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນ ໄລຍະໃໝ່ ໃຫ້ເປັນຮູບປະທຳ ແລະ ກວ້າງຂວາງຂຶ້ນ ເທື່ອລະກ້າວ ແລະ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວົງການກິລາລາວໂດຍສັງເຂບ ເຊິ່ງໄດ້ເນັ້ນໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວ ຈາກລະດັບທ້ອງຖິ່ນກ້າວໄປສູ່ລະດັບຊາດ ແລະ ສາກົນ ໂດຍຮັກສາໄດ້ມູນເຊື້ອອັນດີງາມມາໂດຍຕະຫຼອດ ນັບຕັ້ງແຕ່ໄລຍະການຕໍ່ສູ້ກູ້ຊາດ. ບັນດາທ່ານຜູ້ນຳຮຸ່ນກໍ່ຕັ້ງ ທີ່ມີຈິດໃຈມັກຮັກໃນການກິລາ ເປັນຕົ້ນແມ່ນ ອະດີດປະທານ ສຸພານຸວົງ, ອະດີດປະທານ ໄກສອນ ພົມວິຫານ, ອະດີດປະທານ ຄຳໄຕ ສີພັນດອນ ແລະ ຜູ້ນຳທ່ານອື່ນໆ ຍາມໃດກໍໄດ້ນຳໃຊ້ການຫຼິ້ນກິລາເປັນພາຫະນະໃນການສ້າງຄວາມສາມັກຄີຮັກແພງພາຍໃນກົມກອງ ກໍຄືກັບເພື່ອນມິດສາກົນ. ຈາກໜ່ວຍກິລານ້ອຍໆ ປະຈຳກົມກອງໃນເຂດທີ່ໝັ້ນ, ກອງທັບປົດປ່ອຍປະຊາຊົນລາວ ໄດ້ປະກາດສ້າງຕັ້ງກອງກິລາຂອງຕົນເອງຂຶ້ນຢ່າງເປັນທາງການ ໃນວັນທີ 13 ກໍລະກົດ 1966 ໂດຍແມ່ນ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ຫົວໜ້າເສນາທິ ການສູງສຸດ ກອງທັບປົດປ່ອຍປະຊາຊົນລາວ (ໃນສະໄໝນັ້ນ) ເປັນຜູ້ປະກາດສ້າງຕັ້ງ, ເຊິ່ງກາຍເປັນຂີດໝາຍປະຫວັດສາດແຫ່ງການກຳເນີດກິລາລາວຍຸກໃໝ່. ພາຍຫຼັງປະເທດຊາດໄດ້ຮັບການສະຖາປະນາ, ວົງການກິລາລາວໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ຈາກກົມໜຶ່ງທີ່ຂຶ້ນກັບກະຊວງສຶກສາທິການ ຈົນມາຮອດປີ 1993 ລັດຖະບານຈຶ່ງໄດ້ຕົກລົງຍົກຖານະຂຶ້ນເປັນ ຄະນະກຳມະການກິລາແຫ່ງຊາດ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝມາເຖິງປັດຈຸບັນ.