
ເມືອງຂວາ ແຂວງຜົ້ງສາລີ ປາຖະກະຖາ ວັນກຳມະກອນສາກົນ ຄົບຮອບ 140 ປີ
ວັນທີ 30 ເມສາ 2026 ນີ້, ທີ່ສະໂມສອນໃຫຍ່ ເມືອງຂວາ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນກຳມະກອນສາກົນ ຄົບຮອບ 140 ປີ (1 ພຶດສະພາ 1886 – 1 ພຶດສະພາ 2026) ເພື່ອລະລຶກເຖິງປະຫວັດສາດແຫ່ງການຕໍ່ສູ້ ແລະ ສົ່ງເສີມບົດບາດຂອງຊົນຊັ້ນກຳມະກອນໃນການພັດທະນາປະ ເທດຊາດ, ໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍ ທ່ານ ສອນສະໜຸກ ສີສຸລາດ ກໍາມະການພັກແຂວງ, ເລຂາພັກເມືອງຂວາ, ທ່ານ ນາງ ສີຄໍາ ສູນວິເລີດ ກໍາມະການພັກເມືອງ ປະທານສະພັນກໍາມະບານເມືອງ, ມີຄະນະນໍາຂອງເມືອງ, ບັນດາສະມາຊິກກຳມະບານ ແລະ ຕົວ ແທນຊົນຊັ້ນກຳມະກອນຈາກພາກສ່ວນອ້ອມຂ້າງເມືອງເຂົ້າຮ່ວມ.

ທ່ານ ສອນສະໜຸກ ສີສຸລາດ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ແລະ ມູນເຊື້ອແຫ່ງການຕໍ່ສູ້ອັນພິລະອາດຫານຂອງຊົນຊັ້ນກຳມະກອນໃນໂລກ, ໂດຍສະເພາະແມ່ນເຫດການລຸກຮືຂຶ້ນຕໍ່ສູ້ຂອງກຳມະກອນຢູ່ນະຄອນຊິຄາໂກ, ປະເທດສະຫະລັດອາ ເມລິກາ ໃນປີ 1886 ເພື່ອທວງເອົາສິດຜົນປະໂຫຍດອັນຊອບທຳ ແລະ ຮຽກຮ້ອງໃຫ້ກຳນົດຊົ່ວໂມງເຮັດວຽກ 8 ຊົ່ວໂມງຕໍ່ວັນ ແລະ 8 ຊົ່ວໂມງພັກຜ່ອນ, ເຫດການດັ່ງກ່າວໄດ້ກາຍ ເປັນສັນຍາລັກແຫ່ງໄຊຊະນະ ແລະ ຕົ້ນກຳເນີດຂອງວັນກຳມະກອນສາກົນ ທີ່ທົ່ວໂລກໄດ້ສະເຫຼີມສະຫຼອງມາຮອດປັດຈຸບັນ, ພ້ອມກັນນີ້, ທ່ານຍັງໄດ້ກ່າວເນັ້ນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງຊົນຊັ້ນກຳມະກອນລາວ ພາຍໃຕ້ການນຳພາ-ຊີ້ນຳຂອງພັກປະຊາຊົນ ປະຕິວັດລາວ, ເຊິ່ງໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນແຕ່ລະໄລຍະ, ຕະຫຼອດ 140 ປີຜ່ານມາ, ກຳມະກອນໄດ້ກາຍເປັນກຳລັງແຮງຕົ້ນຕໍໃນການຜະລິດ ແລະ ການຂັບເຄື່ອນເສດຖະ ກິດ-ສັງຄົມ ໃຫ້ມີການຫັນປ່ຽນໄປສູ່ຄວາມທັນສະໄໝ.

ທ່ານ ສອນສະໜຸກ ສີສຸລາດ ຍັງໄດ້ຮຽກຮ້ອງໃຫ້ຄະນະບໍລິຫານງານສະຫະພັນກຳມະບານແຕ່ລະຂັ້ນ ແລະ ສະມາຊິກກຳມະບານທຸກຄົນ ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ, ຍົກສູງລະດັບວິຊາສະເພາະ, ພັດທະນາສີມືແຮງງານ ໃຫ້ໄດ້ມາດຕະຖານ ແລະ ມີວິໄນໃນການເຮັດວຽກຢ່າງເຂັ້ມງວດ ເພື່ອໃຫ້ສາມາດປັບຕົວເຂົ້າກັບຍຸກເສດຖະກິດດິຈິຕອນ ແລະ ການຫັນເປັນອຸດສາຫະກຳທີ່ທັນສະໄໝ, ປະກອບສ່ວນເຂົ້າໃນການສ້າງສາເມືອງຂວາ ໃຫ້ມີຄວາມຈະເລີນສີວິໄລ ແລະ ຍືນຍົງ.
ຂ່າວ: ສອນໄຊ ແສງມະນີ