Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ເມືອງຂວາ ແຂວງຜົ້ງສາລີ ປາຖະກະຖາ ວັນກຳມະກອນສາກົນ ຄົບຮອບ 140 ປີ -

ເມືອງຂວາ ແຂວງຜົ້ງສາລີ ປາຖະກະຖາ ວັນກຳມະກອນສາກົນ ຄົບຮອບ 140 ປີ

ເມືອງຂວາ ແຂວງຜົ້ງສາລີ ປາຖະກະຖາ ວັນກຳມະກອນສາກົນ ຄົບຮອບ 140 ປີ

ວັນທີ 30 ເມສາ 2026 ນີ້, ທີ່ສະໂມສອນໃຫຍ່ ເມືອງຂວາ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນກຳມະກອນສາກົນ ຄົບຮອບ 140 ປີ (1 ພຶດສະພາ 1886 – 1 ພຶດສະພາ 2026) ເພື່ອລະລຶກເຖິງປະຫວັດສາດແຫ່ງການຕໍ່ສູ້ ແລະ ສົ່ງເສີມບົດບາດຂອງຊົນຊັ້ນກຳມະກອນໃນການພັດທະນາປະ ເທດຊາດ, ໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍ ທ່ານ ສອນສະໜຸກ ສີສຸລາດ ກໍາມະການພັກແຂວງ, ເລຂາພັກເມືອງຂວາ, ມີຄະນະນໍາອ້ອມຂ້າງເມືອງ, ບັນດາສະມາຊິກກຳມະບານ ແລະ ຕົວ ແທນຊົນຊັ້ນກຳມະກອນຈາກພາກສ່ວນອ້ອມຂ້າງເມືອງເຂົ້າຮ່ວມ.


ທ່ານ ສອນສະໜຸກ ສີສຸລາດ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ແລະ ມູນເຊື້ອແຫ່ງການຕໍ່ສູ້ອັນພິລະອາດຫານຂອງຊົນຊັ້ນກຳມະກອນໃນໂລກ, ໂດຍສະເພາະແມ່ນເຫດການລຸກຮືຂຶ້ນຕໍ່ສູ້ຂອງກຳມະກອນຢູ່ນະຄອນຊິຄາໂກ, ປະເທດສະຫະລັດອາ ເມລິກາ ໃນປີ 1886 ເພື່ອທວງເອົາສິດຜົນປະໂຫຍດອັນຊອບທຳ ແລະ ຮຽກຮ້ອງໃຫ້ກຳນົດຊົ່ວໂມງເຮັດວຽກ 8 ຊົ່ວໂມງຕໍ່ວັນ ແລະ 8 ຊົ່ວໂມງພັກຜ່ອນ, ເຫດການດັ່ງກ່າວໄດ້ກາຍ ເປັນສັນຍາລັກແຫ່ງໄຊຊະນະ ແລະ ຕົ້ນກຳເນີດຂອງວັນກຳມະກອນສາກົນ ທີ່ທົ່ວໂລກໄດ້ສະເຫຼີມສະຫຼອງມາຮອດປັດຈຸບັນ, ພ້ອມກັນນີ້, ທ່ານຍັງໄດ້ກ່າວເນັ້ນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງຊົນຊັ້ນກຳມະກອນລາວ ພາຍໃຕ້ການນຳພາ-ຊີ້ນຳຂອງພັກປະຊາຊົນ ປະຕິວັດລາວ, ເຊິ່ງໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນແຕ່ລະໄລຍະ, ຕະຫຼອດ 140 ປີຜ່ານມາ, ກຳມະກອນໄດ້ກາຍເປັນກຳລັງແຮງຕົ້ນຕໍໃນການຜະລິດ ແລະ ການຂັບເຄື່ອນເສດຖະ ກິດ-ສັງຄົມ ໃຫ້ມີການຫັນປ່ຽນໄປສູ່ຄວາມທັນສະໄໝ.


ທ່ານ ສອນສະໜຸກ ສີສຸລາດ ຍັງໄດ້ຮຽກຮ້ອງໃຫ້ຄະນະບໍລິຫານງານສະຫະພັນກຳມະບານແຕ່ລະຂັ້ນ ແລະ ສະມາຊິກກຳມະບານທຸກຄົນ ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ, ຍົກສູງລະດັບວິຊາສະເພາະ, ພັດທະນາສີມືແຮງງານ ໃຫ້ໄດ້ມາດຕະຖານ ແລະ ມີວິໄນໃນການເຮັດວຽກຢ່າງເຂັ້ມງວດ ເພື່ອໃຫ້ສາມາດປັບຕົວເຂົ້າກັບຍຸກເສດຖະກິດດິຈິຕອນ ແລະ ການຫັນເປັນອຸດສາຫະກຳທີ່ທັນສະໄໝ, ປະກອບສ່ວນເຂົ້າໃນການສ້າງສາເມືອງຂວາ ໃຫ້ມີຄວາມຈະເລີນສີວິໄລ ແລະ ຍືນຍົງ.
ຂ່າວ: ສອນໄຊ ແສງມະນີ ຄະນະໂຄສາອົບຮົມເມືອງ

 

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet