ເມືອງຍອດອູ ດຳເນີນກອງປະຊຸມ ແນະນໍາເອກະສານກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັັບເລກທີ 77/ຂຜລ

ເມືອງຍອດອູ ດຳເນີນກອງປະຊຸມ ແນະນໍາເອກະສານກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຄໍາສັ່ງ

ຂອງນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັັບເລກທີ 77/ຂຜລ

     ໃນຕອນເຊົ້າຂອງວັນທີ 14 ກຸມພາ 2024 ນີ້, ຢູ່ທີ່ສະໂມສອນໃຫຍ່ຂອງເມືອງຍອດອູ ໄດ້ຈັດກອງປະຊຸມ  ແນະນໍາເອກະສານກະກຽມເນື້ອໃນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັັບເລກທີ 77/ຂຜລ ຂຶ້ນຢ່າງເປັນທາງການ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສົມຫວັງ ສຸມວິໄລ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຍອດອູ, ມີບັນດາທ່ານກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ຕະຫຼອດຮອດພະນັກງານ-ລັດຖະກອນອ້ອມຂ້າງເມືອງເຂົ້າຮ່ວມຢ່າງພ້ອມພຽງ.

     ໃນກອງປະຊຸມ ທ່ານ ສົມບູນ ອິນໃຈ ກໍາມະການປະຈໍາພັກເມືອງ, ຮອງເຈົ້າເມືອງ, ຜູ້ຊີ້ນໍາຂົງເຂດເສດຖະກິດ ຂຶ້ນເຜີ່ຍແຜ່ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 77/ຂຜລ, ລົງວັນທີ 24 ມັງກອນ 2024 ວ່າດ້ວຍການເພີ່ມທະວີຄວາມເຂັ້ມແຂງ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນ ການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າຢູ່ໃນແຂວງຜົ້ງສາລີ. ຈາກນັ້ນ, ທ່ານ ສົມຫວັງ ສຸມວິໄລ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຍອດອູ ກໍໄດ້ເຜີ່ຍຄໍາສັ່ງຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ລົງວັນທີ 21 ກໍລະກົດ 2023 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນ ການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ. ກອງປະຊຸມຄັ້ງນີ້ ແມ່ນເພື່ອສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນການບຸກລຸກທໍາລາຍປ່າໄມ້, ການຈັບຈອງ, ຊື້-ຂາຍ ທີ່ດິນປ່າໄມ້, ການຖາງປ່າ ແລະ ຈູດປ່າ ທີ່ເປັນຂະບວນແຜ່ລາມ ເປັນບໍລິເວນກວ້າງ ແລະ ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ໄປເຖິງການຢຸດຕິຢ່າງສີ້ນເຊີງ ທັງນີ້ກໍເພື່ອແນ່ໃສ່ໃນການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້ ໃຫ້ບັນລຸ 70% ຂອງເນື້ອທີ່ທົ່ວປະເທດ ແລະ ເພື່ອຮັບປະການ ການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້ສີຂຽວຍືນຍົງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ພ້ອມນີ້, ທ່ານ ສົມຫວັງ ສຸມວິໄລ ເຈົ້າເມືອງຍອດອູ ຍັງໄດ້ເນັ້ນໜັກໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນສຸມໃສ່ເນື້ອໃນກອງປະຊຸມໃນຄັ້ງນີ້ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ, ສືບຕໍ່ປັບປຸງສະພາບແລດລ້ອມການດໍາລົງຊີວິດພາຍໃນເມືອງ ກໍຄືຊຸມຊົນຕ່າງໆ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ ແລະ ມີການພັດທະນາ ຕາມທິດສີຂຽວ ແລະ ຍືນຍົງ.

     ໃນໂອກາດດັ່ງກ່າວນີ້ ທ່ານ ສົມຫວັງ ສຸມວິໄລ ຍັງໄດ້ແນະນຳເອກະສານກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ບັນດາທ່ານກໍາ ມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ໄດ້ຮັບຮູ້, ເຂົ້າໃຈ ແລະ ກໍາແໜ້ນໄດ້ເນື້ອໃນຕື່ມອີກ ພ້ອມທັງຮຽກຮ້ອງມາຍັງບັນດາທ່ານຜູ້ເຂົ້າຮ່ວມ ຈົ່ງພ້ອມກັນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ເນື້ອໃນກອງປະຊຸມ ບົດແນະນຳການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ໃຫ້ມີຄວາມຖືກຕ້ອງ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສຳເລັດຕາມຄາດໝາຍທີ່ວາງໄວ້ ບົນພື້ນຖານຍົກສູງຄວາມເປັນເອກະພາບ, ຮັບປະກັນຄວາມສາມັກຄີໄດ້ເນື້ອໃນ, ເປັນຂະບວນຟົດຟື້ນ, ມີປະສິດທິພາບ ແລະ ປະສິດທິຜົນ.

Leave a Reply

Your email address will not be published. Required fields are marked *

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home