Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170
ເມືອງຍອດອູ ເປີດກອງປະຊຸມຄົບຄະນະກໍາມະການປົກຄອງເມືອງເປີດກ້ວາງ ຄັ້ງທີ 3 ຊຸດທີ IV ປະຈໍາປີ 2026 -

ເມືອງຍອດອູ ເປີດກອງປະຊຸມຄົບຄະນະກໍາມະການປົກຄອງເມືອງເປີດກ້ວາງ ຄັ້ງທີ 3 ຊຸດທີ IV ປະຈໍາປີ 2026

ເມືອງຍອດອູ ເປີດກອງປະຊຸມຄົບຄະນະກໍາມະການປົກຄອງເມືອງເປີດກ້ວາງ ຄັ້ງທີ 3 ຊຸດທີ IV ປະຈໍາປີ 2026

     ໃນວັນທີ 24 ກໍລະກົດ 2026 ນີ້, ຢູ່ທີ່ສະໂມສອນຂອງເມືອງຍອດອູ ແຂວງຜົ້ງສາລີ ໄດ້ເປີດກອງປະຊຸມ ຄະນະກໍາມະການປົກຄອງເມືອງເປີດກ້ວາງ ຄັ້ງທີ 3 ຊຸດທີ IV ຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ ໂດຍມີບັນດາທ່ານ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ ແລະ ຄະນະຫ້ອງການອ້ອມຂ້າງເມືອງ ທະນາຄານ, ລັດວິສາຫະກິດພ້ອມດ້ວຍສະມາຊິກອົງການປົກຄອງເມືອງເຂົ້າຮ່ວມຢ່າງພ້ອມພຽງ.


ໃນກອງປະຊຸມ ຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ ມະຕິ ສະບັບເລກທີ 09/ລບ ລົງວັນທີ 20 ມິຖຸນາ 2026 ກ່ຽວກັບກອງປະຊຸມເປີດກ້ວາງລັດຖະບານ ຄັ້ງທີ I ປະຈໍາປີ 2026, ຮັບຟັງລາຍງານ ແລະ ຄົ້ນຄວ້າຮ່າງບົດລາຍງານໃນຫຼາຍຂົງເຂດວຽກງານທີ່ສໍາຄັນ ເປັນຕົ້ນແມ່ນ: ວຽກງານບໍລິຫານ ແລະ ເສດຖະກິດ-ງົບປະມານ, ຮັບຟັງການລາຍງານວຽກງານທີ່ພົ້ນເດັ່ນຂອງຄະນະກໍາມະການປົກຄອງເມືອງ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ແຜນພັດທະນາເສດຖະກິດ – ສັງຄົມ, ການຈັດຕັ້ງປະຕິບັດແຜນງົບປະມານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການຈັດເກັບງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2026, ວຽກງານກະສິກໍາ, ຟື້ນຟູ ແລະ ພື້ນຖານໂຄ່ງລ່າງ: ການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ( ການປູກ, ການລ້ຽງ ຕາມທ່າແຮງປາຍແຫຼມຂອງເມືອງ ) 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ການແກ້ໄຂບັນຫາທີ່ດິນ ແລະ ການອອກໃບຕາດິນ 6 ເດືອນຕົ້ນປີ, ການແກ້ໄຂບັນຫາຢາເສບຕິດ, ບັນຫາປະກົດການຫຍໍ້ທໍ້ຢູ່ພາຍໃນເມືອງ, ຕີລາຄາຜົນໄດ້ຮັບຈາກການຈັດຕັ້ງປະຕິບັດວຽກງານການຕັ້ງຈຸດກວດກາຢູ່ບັນດາເສັ້ນທາງພາຍໃນເມືອງ ແລະ ກວດກາການຍຶດພາຫະນະທີ່ນຳເຂົ້າບໍ່ຖືກຕ້ອງ ( ລົດເຖື່ອນ ) ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ການກະກຽມຄວາມພ້ອມສ້ອມແປງເສັ້ນທາງທີ່ເປ່ເພຫຼັງລະດູຝົນ ແລະ ການກະກຽມຄວາມພ້ອມຮັບມືກັບໄພພິບັດທາງທໍາມະຊາດ. ວຽກງານວັດທະນະທໍາ-ສັງຄົມ: ລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ການຮຽນ-ການສອນໃນສາຍສາມັນ ປະຈໍາສົກຮຽນ 2026-2027 ໂດຍເນັ້ນໃສ່ວິທີການແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນເມືອງ ແລະ ວຽກງານການບັນເທົາທຸກຜູ້ປະສົບໄພ, ການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານຄຸນງາມຄວາມດີ. ພ້ອມກັນນີ້ຜູ້ເຂົ້າຮ່ວມໄດ້ພ້ອມກັນປຶກສາຫາລື, ຄົ້ນຄ້ວາຕາມຄຳຖາມເຈາະຈີ້ມ ແລະ ປະກອບຄໍາຄິດຄໍາເຫັນຕໍ່ກັບບັນດາເອກະສານທີ່ໄດ້ຮັບຟັງຢ່າງກົງໄປກົງມາເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສາເຫດຕ່າງໆທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດວຽກງານ ເພື່ອພ້ອມກັນຊອກຫາວິທີທາງແກ້ໄຂໃນຕໍ່ໜ່າ.


ມາໃນຕອນທ້ານຂອງກອງປະຊຸມ ໄດ້ຮັບຟັງການມີຄໍາເຫັນໂອ້ລົມ ແລະ ຊີ້ທິດເຍືອງທາງ ຈາກທ່ານ ສົມຫວັງ ສຸມວິໄລ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເມືອງ ເຊິ່ງທ່ານໄດ້ເນັ້ນໜັກບາງບັນຫາໃຫ້ບັນດາຂະແໜງການ, ຫ້ອງການອ້ອມຂ້າງເມືອງ ຈົ່ງນໍາເອົາເນື້ອໃນກອງປະຊຸມຄັ້ງນີ້ ໄປເຜີຍແຜ່ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ເພື່ອສືບຕໍ່ພັດທະນາເມືອງຍອດອູໃຫ້ມີຄວາມກ້າວໜ້າຢ່າງຮອບດ້ານ. ກອງປະຊຸມດັ່ງກ່າວໄດ້ດຳເນີນມາເປັນເວລາ 1 ວັນ ແລະ ໄດ້ອັດລົງດ້ວຍຜົນສຳເລັດ.
ຂ່າວ-ພາບ: ໄລພອນ ໂຄສະນາອົບຮົມເມືອງ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet