
ເມືອງຍອດອູ ແຂວງຜົ້ງສາລີ ປາຖະກະຖາ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ
ໃນຕອນເຊົ້າຂອງວັນທີ 21 ເມສາ 2026 ນີ້ ຢູ່ທີສະໂມສອນຂອງເມືອງຍອດອູ ແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (14 ເມສາ 1955 – 14 ເມສາ 2026) ເປັນກຽດເຂົ້າຮ່ວມຂອງ ທ່ານ ສົມບຸນ ອິນໃຈ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີທ່ານ ນາງວັນຄຳ ດວງຈັນ ກໍາມະການພັກເມືອງ, ຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ມີບັນດາທ່ານກຳມະການປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ – ຮອງຫ້ອງການກອງບັນຊາການ ປກຊ-ປກສ, ຄະນະບໍລິຫານງານຊາວໜຸ່ມເມືອງ, ເລຂາຄະນະໜ່ວຍຕະຫຼອດຮອດສະມາຊິກຊາວໜຸ່ມອ້ອມຂ້າງ ເຂົ້າຮ່ວມທັງໝົດ 234 ຄົນ, ຍິງ 163 ຄົນ.

ໃນພິທີທ່ານ ນາງວັນຄໍາ ດວງຈັນ ກໍາມະການພັກເມືອງ, ຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ໄດ້ຂຶ້ນເລົ່າມູນເຊື້ອວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເຊິ່ງທ່ານ ໄດ້ຍົກໃຫ້ເຫັນຜົນງານອັນອົງອາດກ້າຫານຂອງຊາວໜຸ່ມແຕ່ລະຮຸ່ນເປັນຕົ້ນແມ່ນຕົ້ນກໍາເນີດ ແລະ ທາດແທ້ຂອງຊາວໜຸ່ມໃນໄລຍະເຈົ້າຟ້າງຸ່ມທ້ອນໂຮມອານາຈັກລາວລ້ານຊ້າງ ເຊິ່ງຊາວໜຸ່ມໃນເມື່ອກ່ອນໄດ້ມີບົດບາດສໍາຄັນໃນການຕໍ່ສູ້ຢ່າງອົງອາດກ້າຫານ, ເຖິງວ່າບໍ່ມີພັກນໍາພາ, ປະຊາຊົນລາວຖືກພວກຈັກກະພັດຝຣັ່ງກົດຂີ່ຂູດຮີດຢ່າງໜັກໜ່ວງ, ເກນແຮງງານຊາວໜຸ່ມໄປເປັນທະຫານໂດຍບໍ່ໄດ້ຮັບຄ່າແຮງງານ, ແຕ່ຊາວໜຸ່ມລາວກໍ່ບໍໄດ້ຍອມກົ້ມຫົວຕໍ່ຄວາມໂຫດຮ້າຍປ່າເຖື່ອນຂອງພວກສັກດີນາ ແລະ ພວກຈັກກະພັດຕ່າງດ້າວ, ເມື່ອເຫັນຄວາມໂຫດຮ້າຍຄືແນວນັ້ນຊາວໜຸ່ມລາວກໍ່ໄດ້ຫາທາງເພື່ອຕໍ່ສູ້ກູ້ຊາດເປັນຕົ້ນແມ່ນຂະບວນຕໍ່ສູ້ເຊິ່ງນໍາພາໂດຍ ອົງແກ້ວ ອົງກົມມະດໍາ, ພໍ່ກະດວດ ແລະ ຜູ້ອື່ນໆ ແຕ່ເປັນການຕໍ່ສູ້ທີ່ບໍ່ມີພັກນໍາພາຈຶ່ງເຮັດໃຫ້ຂະບວນການຕໍ່ສູ້ດັ່ງກ່າວປະລາໄຊ ພາຍຫຼັງທີ່ພັກປະຊາຊົນລາວ ໄດ້ສ້າງຕັ້ງຂຶ້ນໃນວັນທີ 22 ມານາ 1955 ດ້ວຍຄວາມເຊື່ອໜັ້ນໃນກໍາລັງແຮງຄວາມສາມາດຂອງຊາວໜຸ່ມໃນພາລະກິດຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ພັກໄດ້ສ້າງຕັ້ງຊາວໜຸ່ມຕະລຸມບອນຂຶ້ນໃນວັນທີ 14 ເມສາ 1955 ເປັນໃຈກາງການເຕົ້າໂຮມ ແລະ ສຶກສາອົບຮົມຊາວໜຸ່ມໃຫ້ມີບົດບາດປະຈັນບານໃນທຸກສະໜາມຮົບສົມກັບທີ່ເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງຊາດ ດ້ວຍມານະຈິດທີ່ວ່າ ຍອມຕາຍດີກ່ວາຍອມເສຍເອກະລາດບໍ່ໃຫ້ປະເທດຊາດຖືກຕັດແບ່ງ ແລະ ຄວາມປອງດອງຊາດຖືກທໍາລາຍຢ່າງເດັດຂາດ. ເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງຊາວໜຸ່ມທີ່ໄດ້ເສຍສະຫຼະຊີວິດ ເລືອດເນື້ອເພື່ອປະກອບສ່ວນເຂົ້າໃນການຕໍ່ສູ້ເພື່ອປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງຕ່າງຊາດ, ທັງເປັນການປູກຈິດສໍານຶກໃຫ້ຊາວໜຸ່ມ-ໄວໜຸ່ມຮຸ່ນໃໝ່ໃຫ້ມີຄວາມຮັບຮູ້ ເຂົ້າໃຈຢ່າງເລີກເຊິ່ງເຖີງຜົນງານອັນລໍ້າຄ່າຂອງກໍາລັງຊາວໜຸ່ມທີ່ໄດ້ປະກອບສ່ວນເຂົ້າໃນການຕໍ່ສູ້ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຈົນເຖິງທຸກວັນນີ້. ຈາກນັ້ນ ທ່ານ ນາງ ເພັດມະນີແກ້ວ ຂັນຄຳ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ ກໍ່ໄດ້ເລົ່າເຖິງປະຫວັດຄວາມເປັນມາຂອງອົງການຈັດຕັ້ງຊາວໜຸ່ມ ເມືອງຍອດອູ ໃນແຕ່ລະໄລຍະຈົນມາເຖິງປັດຈຸບັນ.
ໃນຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການມີຄໍາເຫັນໂອລົມຂອງທ່ານ ສົມບຸນ ອິນໃຈ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ຊາວໜຸ່ມທຸກທົ່ວໜ້າ ຈົ່ງພ້ອມກັນນໍາເອົາມູນເຊື້ອອັນດີງາມຂອງຄົນຮຸ່ນກ່ອນ ມາເປັນແຮງພັກດັນ ບໍ່ວ່າໂລກຈະປ່ຽນແປງແນວໃດ ດັ່ງຄໍາຂວັນທີ່ວ່າ “ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ບ່ອນໃດຊາດຕ້ອງການຊາວໜຸ່ມຂານອາສາ” ໃຫ້ຝັງຢູ່ໃນຈິດວິນຍານຂອງພວກເຮົາສະເໝີໄປ, ຈົ່ງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພົນລະເມືອງທີ່ດີ, ຄຸນສົມບັດສິນທໍາປະຕິວັດ, ຕັ້ງໜ້າພັດທະນາຕົນເອງທາງດ້ານຄວາມຮູ້, ຄວາມສາມາດ ແລະ ຈົ່ງເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ໂດຍສະເພາະແມ່ນການຕັ້ງໃຈສຶກສາຮ່ຳຮຽນການມີລະບຽບວິໄນ, ການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແມ່ນບັນຫາຢາເສບຕິດ ແລະ ອື່ນໆ ເພື່ອສ້າງຕົນເອງໃຫ້ກາຍເປັນຄົນດີ, ເປັນພົນລະເມືອງດີຂອງຊາດ ເປັນຊາວໜຸ່ມ 4 ບຸກ ທີ່ມີຄຸນນະພາບຍິ່ງຂຶ້ນ.
ຂ່າວ-ພາບ: ໄລພອນ ສີສົມພອນ