
ເມືອງຍອດອູ ແຂວງຜົ້ງສາລີ ປະດັບຫຼຽນກາລະນຶກ70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ
ພິທີ ດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ມິຖຸນາ 2026 ນີ້ ທີ່ສະໂມສອນຂອງເມືອງຍອດອູ ແຂວງຜົ້ງສາລີ ໂດຍການເປັນປະທານຂອງ ສະຫາຍ ສົມຫວັງ ສຸມວິໄລ ກຳມະການພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເມືອງ, ມີບັນດາສະຫາຍ ກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫ້ອງການ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ການນຳ, ອາດີີດການນຳເມືອງ, ພະນັກງານບຳນານ, ພະນັກງານ – ລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ນາງ ດາວອນ ຫຼ້າແກ້ວ ກຳມະການປະຈຳພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 407/ຄລສພ ລົງວັນທີ 14 ມີນາ 2025 ວ່າດ້ວຍການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ( 22 ມີນາ 1955 – 22 ມີນາ 2025 ) ໃຫ້ສະມາຊິກພັກແຂວງຜົ້ງສາລີ ທີມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ຈຳນວນ 45 ສະຫາຍ ໃນນີ້ສະມາຊິກພັກບຳນານ 40 ສະຫາຍ, ຍິງ 8 ສະຫາຍ, ສະມາຊິກພັກປະຈຳການ 5 ສະຫາຍ, ຍິງ 4 ສະຫາຍ. ຕາງໜ້າຄະນະບໍລິຫານງານພັກເມືອງຂື້ນມອບໂດຍແມ່ນສະຫາຍ ສົມຫວັງ ສຸມວິໄລ ກຳມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເມືອງ ມອບຕາມລຳດັບ.

ໃນຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການມີຄຳເຫັນໂອ້ລົມຂອງ ສະຫາຍ ສົມຫວັງ ສຸມວິໄລ ກຳມະການພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເມືອງ ເຊິ່ງສະຫາຍໄດ້ຍ້ອງຍໍສັນລະເສີນສະມາຊິກພັກ ທີມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ.
ຂ່າວ-ພາບ: ໄລພອນ ສີສົມພອນ.