Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170
ເມືອງຍອດອູ ແຂວງຜົ້ງສາລີ ປາຖະກະຖາ ວັນປະຫວັດສາດສໍາຄັນຂອງພັກ, ຂອງຊາດ ແລະ ສາກົນ -

ເມືອງຍອດອູ ແຂວງຜົ້ງສາລີ ປາຖະກະຖາ ວັນປະຫວັດສາດສໍາຄັນຂອງພັກ, ຂອງຊາດ ແລະ ສາກົນ

ເມືອງຍອດອູ ແຂວງຜົ້ງສາລີ ປາຖະກະຖາ ວັນປະຫວັດສາດສໍາຄັນຂອງພັກ, ຂອງຊາດ ແລະ ສາກົນ

     ໃນຕອນເຊົ້າຂອງວັນທີ 10 ກໍລະກົດ 2026 ຢູ່ທີ່ ສະໂມສອນຂອງເມືອງຍອດອູ ແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາ ວັນປະຫວັດສາດສໍາຄັນຂອງພັກ, ຂອງຊາດ ແລະ ສາກົນຄື: ວັນຄ້າຍວັນເກີດ ຂອງ ປະທານ ສຸພານຸວົງ ຄົບຮອບ 117 ປີ (13 ກໍລະກົດ 1909 – 13 ກໍລະກົດ 2026), ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18 ກໍລະກົດ 1977 – 18 ກໍລະກົດ 2026 ) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ – ຫວຽດນາມ (5 ກັນຍາ 1962 – 5 ກັນຍາ 2026) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ( 20 ກໍລະກົດ 1955 – 20 ກໍລະກົດ 2026 ) ໂດຍພາຍໃຕ້ການເປັນປະທານຂອງທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ ມີບັນດາທ່ານຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ໂຮງໝໍຕະຫຼອດຮອດພະນັກງານ-ລັດຖະກອນ ອ້ອມຂ້າງເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີປາຖະກະຖາ ທ່ານ ແສງເມືອງ ພົມມະວົງ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ຍັງໄດ້ຫວນຄືນເຖິງປະຫວັດສາດແຫ່ງການຮ່ວມສຳພັນສູ້ຮົບ ແລະ ມິດຕະພາບອັນຍິ່ງໃຫຍ່ ລະຫວ່າງ ສອງຊາດ ລາວ – ຫວຽດນາມ ໂດຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ 2 ວັນປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວພັນການທູດ ລາວ – ຫວຽດນາມ (5 ກັນຍາ 1962 ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ – ຫວຽດນາມ (18 ກໍລະກົດ 1977), ພື້ນຖານກົດໝາຍອັນໜັກແໜ້ນ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ມີຄວາມໝັ້ນຄົງທະນົງແກ່ນຊົ່ວກາລະນານ.ສາຍພົວພັນ ລາວ-ຫວຽດນາມ ບໍ່ແມ່ນພຽງແຕ່ການພົວພັນທາງການທູດທຳມະດາ, ແຕ່ແມ່ນສາຍພົວພັນທີ່ຮ່ວມສຸກຮ່ວມທຸກ, ກາຍເປັນຊັບສົມບັດອັນລ້ຳຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງທັງສອງຊາດ ທີ່ພວກເຮົາທຸກຄົນຕ້ອງໄດ້ພ້ອມກັນປົກປັກຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ຈາກນັ້ນ ທ່ານ ນາງແກ່ນຈັນ ບຸນຄຳປະເສີດ ກຳມະການພັກເມືອງ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ປະທານສະຫະພັນແມ່ຍິງເມືອງ ໄດ້ເລົ່າມູນເຊື້ອ ປະຫວັດການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວບັນດາເຜົ່າ ເນື່ອງຈາກເມື່ອກ່ອນ ປະເທດເຮົາ ຢູ່ໃຕ້ແອກປົກຄອງຂອງພວກລ່າເມືອງຂຶ້ນ ພວກເຂົາໄດ້ເຂັນຂ້າປະຊາຊົນລາວ ຢ່າງໂຫດຮ້າຍປ່າເຖື່ອນ, ປະຊາຊົນລາວຕົກທຸກໄດ້ຍາກ, ລົ້ມຫາຍຕາຍໄປນັບມື້ນັບຫຼາຍຂຶ້ນ ຍ້ອນແນວນັ້ນຈຶ່ງເຮັດໃຫ້ປະຊາຊົນລາວ ຜູ້ຮັກຊາດໄດ້ລຸກຂຶ້ນຕໍ່ສູ້ ຢ່າງພິລະອາດຫານ, ໃນຕະຫຼອດໄລຍະເວລາການຕໍ່ສູ້ກູ້ຊາດແມ່ຍິງລາວ ໄດ້ຄຽງບ່າຄຽງໄຫຼ່ກັບເພດຊາຍ ເພື່ອໃຫ້ລູກຜົວຂອງຕົນຫຼຸດພົ້ນອອກຈາກການເກນໄປເປັນກູລີ ໂດຍບໍ່ໄດ້ຮັບຄ່າຈ້າງຊໍ້າບໍ່ພໍຍັງຖືກທຸບຕີທໍລະມານ ຢ່າງໂຫດຮ້າຍປ່າເຖື່ອນ, ດັ່ງນັ້ນແມ່ຍິງລາວຈໍານວນຫຼວງຫຼາຍໄດ້ເຂົ້າຮ່ວມຂະບວນການລຸກຮື້ຂຶ້ນຍຶດອໍານາດ ຈາກພວກລ່າເມືອງຂຶ້ນ, ຂະບວນການເຄື່ອນໄຫວຂອງແມ່ຍິງລາວກໍໄດ້ຂະຫຍາຍຕົວອອກສູ່ທຸກຫົນແຫ່ງ ໃນຂອບເຂດທົ່ວປະເທດ ໂດຍພາຍໃຕ້ການນໍາພາຂອງຄະນະພັກແຄວ້ນລາວ ເພື່ອເຮັດໃຫ້ແມ່ຍິງລາວໄດ້ຫຼຸດພົ້ນອອກຈາກແອກກົດຂີ່ຂູດຮີດ ຂອງພວກສັກດີນາ ແລະ ນາຍທຶນ. ຫຼັງຮອດວັນທີ 22 ມີນາ 1955 ພັກປະຊາຊົນລາວ ກໍໄດ້ຮັບການ ສ້າງຕັ້ງຂຶ້ນເພື່ອຮັບຜິດຊອບ ໂດຍກົງຕໍ່ພາລະກໍາປະຫວັດສາດຂອງການປະຕິວັດລາວ ແລະ ພັກກໍໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ການປຸກລະດົມຂົນຂວາຍກໍ່ສ້າງແມ່ ຍິງໃຫ້ມີຄວາມຕື່ນຕົວປະກອບ ສ່ວນພາລະກິດປະຕິວັດ ແລະ ຖືເອົາແມ່ຍິງເປັນພາກສ່ວນໜຶ່ງໃນ ກໍາລັງແຮງຂອງພັກ. ມາໃນວັນທີ 20 ກໍລະກົດ 1955 ພັກໄດ້ແຕ່ງຕັ້ງຄົ້ນຄວ້າວຽກງານແມ່ຍິງຂຶ້ນ ຢ່າງເປັນທາງການ ແລະ ໄດ້ແຕ່ງຕັ້ງຄະນະໜ່ວຍເຊິ່ງປະກອບມີ 3 ທ່ານຄື: ທ່ານ ນາງ ຄໍາຫຼ້າ ວົງສັກ ເປັນຫົວໜ້າ, ທ່ານ ນາງ ຄໍາສຸກ ວົງວິຈິດ ເປັນຮອງ ແລະ ທ່ານ ນາງ ຄໍາແພງ ບຸບຜາ ເປັນ ກໍາມະການ. ທີ່ໄດ້ອຸທິດຕົນເພື່ອ ພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືພາລະກິດພັດທະນາແມ່ຍິງລາວຕະຫຼອດໄລຍະ 71 ປີ ທີ່ຜ່ານມາ ນັບຕັ້ງແຕ່ມື້ສ້າງຕັ້ງເປັນຕົ້ນມາ, ອົງການຈັດຕັ້ງແມ່ຍິງກໍໄດ້ເຄື່ອນໄຫວຕາມພາລະບົດບາດທີ່ກໍານົດໄວ້ໃນກົດລະບຽບ, ໂຄງການດໍາເນີນງານຂອງຕົນ ແລະ ໄດ້ປັບປຸງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກໃນແຕ່ລະໄລຍະ, ປະຕິບັດສິດສະເໝີພາບລະຫວ່າງຍິງ-ຊາຍ ໃນທຸກດ້ານ. ພ້ອມນີ້ ທ່ານປະທານພິທີຍັງໄດ້ຍົກໃຫ້ເຫັນເຖິງຊີວິດ, ພາລະກິດປະຕິວັດ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງຂອງ ປະທານ ສຸພານຸວົງເຊິ່ງທ່ານແມ່ນໜຶ່ງໃນບັນດາຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ,ເຊິ່ງເພິ່ນເປັນປັນຍາຊົນຜູ້ຮັກຊາດ, ເປັນນັກຮົບປະຕິວັດທີ່ເດັດດ່ຽວໜຽວແໜ້ນ ແລະ ໄດ້ອຸທິດໝົດຊີວິດ, ສະຕິປັນຍາ,ເຫື່ອແຮງ ເພື່ອພາລະກິດປົດປ່ອຍຊາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມກັນນັ້ນ, ເພິ່ນຍັງເປັນຜູ້ທີ່ມີຄຸນສົມບັດສິນທຳປະຕິວັດອັນຜຸດຜ່ອງ,ມີແບບແຜນດຳລົງຊີວິດທີ່ງ່າຍດາຍ ແລະ ໃກ້ຊິດຕິດແທດກັບປະຊາຊົນ ເຊິ່ງເປັນແບບຢ່າງອັນລ້ຳຄ່າໃຫ້ແກ່ພະນັກງານ ແລະ ຄົນຮຸ່ນໃໝ່ໄດ້ຮ່ຳຮຽນເອົາ, ຮັດແໜ້ນຄວາມສາມັກຄີພິເສດ ລາວ – ຫວຽດນາມ.
ຕອນທ້າຍພິທີ, ທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ ໄດ້ຮຽກຮ້ອງໃຫ້ພະນັກງານ,ສະມາຊິກພັກທຸກທົ່ວໜ້າ ຈົ່ງພ້ອມກັນຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງຕາມແບບຢ່າງຄຸນສົມບັດປະຕິວັດຂອງ ປະທານ ສຸພາ ນຸວົງ ຫັນເອົາຈິດໃຈຂອງວັນປະຫວັດສາດດັ່ງກ່າວ ມາເປັນແຮງຊຸກດັນໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃຫ້ມີຜົນສຳເລັດໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າ.
ຂ່າວ-ພາບ: ໄລພອນ ຄະນະໂຄສະນາອົບຮົມເມືອງ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet