
ເມືອງບຸນເໜືອ ແຂວງຜົ້ງສາລີ
ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງ ຄຊປປລ ຄົບຮອບ 71 ປີ ພ້ອມມອບໃບຢັ້ງຢືນ 4 ບຸກ ໃຫ້ໜ່ວຍຊາວໜຸ່ມອ້ອມຂ້າງ
ໃນຕອນເຊົ້າຂອງວັນທີ ທີສະໂມສອນຂອງເມືອງ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ) ຄົບຮອບ 71 ປີ (14 ເມສາ 1955 – 14 ເມສາ 2026) ຢ່າງເປັນທາງການ. ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ປາຖະກະຖາຂອງ ທ່ານ ບຸນລໍາ ທຳມະໃຈ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມມີ ທ່ານ ສົມເລີດ ໄຊກອງ ກຳມະການພັກເມືອງ ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາຊາວໜຸ່ມເມືອງ, ມີຄນະບໍລິຫານງານຊາວໜຸ່ມເມືອງ, ໜ່ວຍຊາາວໜຸ່ມອ້ອມຂ້າງ ພ້ອມດ້ວຍນ້ອງນ້ອຍເຍົາວະຊົນເຂົ້າຮ່ວມ177 ຄົນ, ຍິງ 92 ຄົນ.
ໃນພິທີ ທ່ານ ບຸນລໍາ ທຳມະໃຈ ໄດ້ເລົ່າມູນເຊື້ອຄວາມເປັນມາ ແລະ ຜົນງານການເຄື່ອນໄຫວທີ່ໂດດເດັ່ນຂອງ ຄຊປປລ ໃນຕະຫຼອດ 71 ປີຜ່ານມາ ເພື່ອໃຫ້ສະມາຊິກຊາວໜຸ່ມລຸ້ນຫຼັງໄດ້ຮັບຮູ້ ແລະ ສືບທອດມູນເຊື້ອອັນສະງ່າລາສີຂອງຊາວໜຸ່ມລາວ ທ່ານໄດ້ຍົກໃຫ້ເຫັນບົດບາດສຳຄັນນັບແຕ່ໄລຍະການຕໍ່ສູ້ທ້ອນໂຮມປະເທດລາວລ້ານຊ້າງ ຈົນເຖິງການຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ ພາຍໃຕ້ການນຳພາຂອງພັກ, ຈຸດສຳຄັນແມ່ນໃນວັນທີ 14 ເມສາ 1955, ພັກໄດ້ຕົກລົງສ້າງຕັ້ງ “ການຈັດຕັ້ງຊາວໜຸ່ມຕະລຸມບອນ” ຂຶ້ນ ເພື່ອເປັນໃຈກາງເຕົ້າໂຮມຄວາມສາມັກຄີຂອງຊາວໜຸ່ມນັບໝື່ນນັບແສນຄົນ ທີ່ສະໝັກໃຈຮັບໃຊ້ຊາດທັງຢູ່ແນວໜ້າ ແລະ ແນວຫຼັງ, ຈົນກາຍເປັນກຳລັງແຮງອັນມະຫາສານໃນການປົດປ່ອຍຊາດ ແລະ ປົກປັກຮັກສາປະເທດຊາດໃນຍຸກປັດຈຸບັນ. ໂອກາດທີ່ມີຄວາມໝາຍນີ້, ທ່ານ ສົມເລີດ ໄຊກອງ ເລຂາຊາວໜຸ່ມເມືອງ ໄດ້ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງ “ກອງຊາວໜຸ່ມຕະລຸມບອນ” ເພື່ອກຽມພ້ອມໃນການປະກອບສ່ວນວຽກງານຂະບວນການຮັບມືກັບໄພພິບັດທາງທຳມະຊາດ ເປັນຕົ້ນແມ່ນ ໄພນໍ້າຖ້ວມ, ໄພແຫ້ງແລ້ງ ແລະ ວຽກງານຊ່ວຍເຫຼືອສັງຄົມໃນດ້ານຕ່າງໆ ໃຫ້ທັນກັບສະພາບການ.

ພ້ອມດຽວກັນນັ້ນ, ທ່ານ ນາງ ຈັນຕາ ຈາກຄະນະຈັດຕັ້ງ ໄດ້ຂຶ້ນຜ່ານຂໍ້ຕົກລົງມອບໃບຢັ້ງຢືນ 4 ບຸກ ແລະ ໃຫ້ກຽດມອບໂດຍ ທ່ານ ບຸນລໍາ ທຳມະໃຈ ເຊິ່ງໄດ້ມອບໃບຢັ້ງຢືນໜ່ວຍຊາວໜຸ່ມ 4 ບຸກ ໃຫ້ແກ່ບັນດາໜ່ວຍຊາວໜຸ່ມທີ່ຂຶ້ນກັບສຳນັກງານອ້ອມຂ້າງເມືອງ ທີ່ມີຜົນງານດີເດັ່ນໃນການປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມຢ່າງເປັນຂະບວນຟົດຟື້ນ.
ໃນຕອນທ້າຍຂອງພິທີ ຍັງໄດ້ມີກິດຈະກຳຖາມ-ຕອບ ຄວາມຮູ້ຮອບຕົວດ້ານວິທະຍາສາດ ເພື່ອສ້າງບັນຍາກາດໃຫ້ມີຄວາມເບີກບານມ່ວນຊື່ນ ແລະ ເພີ່ມພູນຄວາມຮູ້ໃຫ້ແກ່ສະມາຊິກຊາວໜຸ່ມທີ່ເຂົ້າຮ່ວມນຳອີກດ້ວຍ.