ເມືອງບຸນໃຕ້ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ, ວັນຄຽດແຄ້ນຂອງປະຊາຊົນ-ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ

ເມືອງບຸນໃຕ້ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ,

ວັນຄຽດແຄ້ນຂອງປະຊາຊົນ-ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ

     ໃນ​ຕອນ​ເຊົ້າ​ຂອງວັນ​ທີ 13 ມີນາ 2024 ນີ້​ຢູ່​ທີ່​ສະ​ໂມ​ສອນ​ຫ້ອງວ່າ​ການ​ເມືອງ ບຸນ​ໃຕ້ ໄດ້​ຈັດ​ພິ​ທີ ປາຖະກະຖາ​ວັນຄຽດແຄ້ນຂອງປະຊາຊົນລາວ – ວັນນັກຣົບເສຍອົງຄະ ແລະ ວັນເສຍສະຫລະຊິວີດເພື່ອປະເທດຊາດ ຄົບຮອບ 78 ປີ  ແລະ ວັນ​ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບ​ຮອບ 69 ປີ, ຂື້ນຢ່າງເປັນທາງການນະທີ່ຫ້ອງປະຊຸມສະໂມສອນໃຫ່ຍ ຂອງເມືອງບຸນໃຕ້. ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ປະ​ທານຂອງທ່ານ ສານມ​ະ​ນີ ອິນ​ດາ​ວົງ  ຮອງ​ເລ​ຂາ​ພັກ​ເມືອງ​ ຜູ້ຊີ້​ນຳ​ວຽກ​ງານ​ພັກ ​- ພະ​ນັກ​ງານ, ມີບັນ ດາທ່ານຄະນະປະຈຳພັກເມືອງ, ​ກຳ​ມະ​ການ​ປະ​ຈຳ​ພັກ​ເມືອງ, ກຳມະການພັກເມືອງ, ຫົວໜ້າ – ຮອງຫົວໜ້າຫ້ອງການ, ນາຍ ແລະ ພົນ​ທະ​ຫານ, ນາຍ ແລະ ພົນ​ຕຳ​ຫຼວດ, ອຳ​ນວນ​ການ​ໂຮງ​ຮຽນ – ໂຮງ​ໝໍ,ລັດ​ວິ​ຊາ​ຫະ​ກິດ ພະ​ນັກ​ງານ – ລັດ​ຖະ​ກອນ ​​​ ອ້ອມ​ຂ້າງ​ເມືອງ ເຂົ້າ​ຮ່ວມ​ຮັບ​ຟັງ​ທັງ​ໝົດ 108 ຄົນ, ຍິງ 51 ຄົນ, ສະ​ມາ​ຊິກ​ພ​ັກ 85 ສະ​ຫາຍ, ຍິງ  41 ສະ​ຫາຍ.

        ທ່ານ ​ອູ່ນ​ແປງ​ ທຳ​ມະ​ໂນ​ໄຊ ກຳ​ມະ​ການ​ພັກ​​ເມືອງ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ເມືອງ ຂື້ນ​ຜ່ານເລົ່າມູນເຊື້ອ ວັນຄຽດແຄ້ນຂອງປະຊາຊົນລາວ – ວັນນັກຣົບເສຍອົງຄະ ແລະ ເສຍສະຫລະຊິວີດເພື່ອປະເທດຊາດ ຄົບຮອບ 78 ປີ, ນັບ​ແຕ່​ໄລ​ຍະ​ວັນ​ຄຽດ​ແຄ້ນ​ຂອງ​ປະ​ຊາ​ຊົນ​ສະ​ພາບ​ການ ແລະ ການ​ກະ​ກຽມ​ຕໍ່​ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂື້ນ​ຝ​ຣັ່ງ​ເຖິງ​ປະ​ຈຸ​ບັນ.

       ທ່ານ  ສານມ​ະ​ນີ ອິນ​ດາ​ວົງ  ຮອງ​ເລ​ຂາ​ພັກ​ເມືອງ​ ຜູ້ຊີ້​ນຳ​ວຽກ​ງານ​ພັກ ​- ພະ​ນັກ​ງານ ຂື້ນ​ຜ່ານເລົ່ມູນເຊື້ອ ວັນ​ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບ​ຮອບ 69 ປີ, ນັບ​ແຕ່​ໄລ​ຍະ​ວັນ​ສ້າງ​ຕັ້ງພັກເຖິ່ງ​ປະ​ຈຸ​ບັນ, ແມ່ນຄວາມສຳຄັນຂອງການສ້າງຕັ້ງພັກທີ່ຖືລັດທີມາກ – ເລນິນ ເປັນລະບົບແນວຄິດຊີ້ນຳໆພາໂດຍຖຶກຳລັງແຮງມາຈາກມະຫາ​ຊົນ, ໄລ​ຍະ​ເປັນ​ເນື້ອ​ໃນ​ໃຈ​ກາງ​ຂອງ​ພັກການ​ເຄື່ອນ​ໄຫວ​ຂະ​ບວນ​ການ​ຕ່າງໆ​ທຸກ​ສິງ​ທຸກ​ຢ່າງ​ເພື່ອ​ຮັບ​ໃຊ້​ແນວ​ໜ້າ, ຕີ​ເອົາ​ໄຊ​ຊະ​ນະ​ສັດ​ຕູ ແລະ ປົກ​ປັກ​ຮັກ​ສາ​ປົດ​ປ່ອຍ​ໃຫ້​ເຂັ້ມ​ແຂງ​ສຶກ​ສາ​ອົບ​ຮົມ​ມະ​ຫາ​ຊົນ, ເຮັດ​ຫລ້ອນ​ໜ້າ​ທີ​ວີ​ຊາ​ສະ​ເພາະ, ລົງ​ຂົ​ນ​ຂວາຍກໍ່​ສ້າງ​ຮາກ​ຖານ, ເຂົ້າ​ຮ່ວມ​ການກໍ່​ສ້າງ​ກຳ​ລັງ​ໃນ​ກຸ່ມກອງ​ທ້ອງ​ຖີ່ນ​ຕ່າງໆ​ປຸກ​ລະ​ດົມ​ຊຸກ​ຍູ້​ຂະ​ບວນ​ການ​ຕໍ່​ສູ້​ຂອງ​ມະ​ຫາ​ຊົນ​ໃຫ້​ຟົດ​ຟື້ນ​ຢ່າງ​ຕໍ່​ເນື້ອງ​ໂດຍ​ຍຶດ​ໜັ້ນ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ: ສັນ​ຕິ​ພາບ, ເອ​ກະ​ພາບ, ປະ​ຊາ​ທິ​ປະ​ໄຕ,  ແລະ ເອ​ກະ​ພາບອື່ນໆ. ຈາກນັ້ນທ່ານກໍໄດ້​ໂອ້​ລົມ​ຕໍ່​ພິ​ທີ​ປາ​ຖະ​ກະ​ຖາ ດ້ານ​ການ​ເມືອງ – ແນວ​ຄິດ ໃຫ້ພະ​ນັກ​ງານ​​ – ລັດ​ຖະ​ກອນຜົນ​ງານ​ທີ່​ດີ​ພົ້ນ​ເດັ່ນ ຂອງ​ການ​ການ​ຈັດ​ຕັ້ງ ແລະ ການ​ເຄື່ອນ​ໄຫວ​ວຽກ​ນຳ​ພາ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິວັດ​ລາວ ​ໃນ​ການ​ປະ​ກອບ​ສ່ວນ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ພັກ, ​ ທີ​​​ມີ​ຄວາມ​ໜາຍ​ຄວາ​ມສຳ​ຄັນ, ເອົາ​ສະ​ພາບ​ຈິງ, ເອົາກົດ​ໝາຍ​ມາ​ເປັນ​ບ່ອນ​ອີງ, ​ເພື່ອ​ເຮັດ​ສຳ​ເລັດ​ຫນ້າ​ທີ​່​ ທີ່​ມີ​ກຽດ​ສະ​ຫງ່າພັກ​ໄດ້​ວາງ​ອອກ​ທົ່ວ​ປະ​ເທດ.

Leave a Reply

Your email address will not be published. Required fields are marked *

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home