Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170
ເມືອງບຸນໃຕ້ ແຂວງຜົ້ງສາລີ ປາຖະກະຖາ ວັນເກີດປະທານສຸພານຸວົງ ຄົບຮອບ 117 ປີ, ວັນເຊັນສົນທິ ສັນຍາມິດຕະພາບການຮ່ວມມືລາວ-ຫຽວດນາມ ຄົບຮອບ 49 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫຽວດນາມ ຄົບຮອບ 64 ປີ -

ເມືອງບຸນໃຕ້ ແຂວງຜົ້ງສາລີ ປາຖະກະຖາ ວັນເກີດປະທານສຸພານຸວົງ ຄົບຮອບ 117 ປີ, ວັນເຊັນສົນທິ ສັນຍາມິດຕະພາບການຮ່ວມມືລາວ-ຫຽວດນາມ ຄົບຮອບ 49 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫຽວດນາມ ຄົບຮອບ 64 ປີ

ເມືອງບຸນໃຕ້ ແຂວງຜົ້ງສາລີ

ປາຖະກະຖາ ວັນເກີດປະທານສຸພານຸວົງ ຄົບຮອບ 117 ປີ, ວັນເຊັນສົນທິສັນຍາມິດຕະພາບການຮ່ວມມືລາວ-ຫຽວດນາມ

ຄົບຮອບ 49 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫຽວດນາມ ຄົບຮອບ 64 ປີ

     ໃນຕອນເຊົ້າຂອງວັນທີ 14 ກໍລະກົດ 2026 ນີ້; ຄະນະໂຄສະນາອົບຮົມເມືອງບຸນໃຕ້ ແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາ ວັນເກີດປະທານສຸພານຸວົງ ຄົບຮອບ 11ຍ7 ປີ ວັນທີ 13/7/1909-13/7/2026, ວັນເຊັນສົນທິສັນຍາມິດຕະພາບການຮ່ວມມືລາວ-ຫຽວດນາມ ຄົບຮອບ 49 ປີ ວັນທີ 18/7/1997-18/7/2026 ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 64 ປີ 5/9/1962-5/92026. ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ອຸ່ນແປງ ທຳມະໂນໄຊ ຮອງເລຂາພັກເມືອງ, ປະທານກວດກາພັກລັດ, ຜູ້ຊີ້ນຳວຽກງານຂົງເຂດພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ມີບັນດາທ່ານ ຄະນະປະຈຳພັກ, ກຳມະການພັກເມືອງ, ຄະນະພັກ, ຄະນະບັນຊາການປກຊ, ປກສ, ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ, ປະທານ, ຮອງປະທານອົງການຈັດຕັ້ງທະຫາຊົນຕະຫຼອດຮອດພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມທັງໝົດ 127 ທ່ານ, ຍິງ 94 ທ່ານ.
      ໃນພິທີ, ທ່ານ ບຸນ ໄພສະຫັວນ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ໃຫ້ຮູ້ວ່າຈຸດປະສົງ ໃນການຈັດພິທີປາຖະກະຖາໃນຄັ້ງນີ້ ແມ່ນເພື່ອລະນຶກເຖິງຜົນງານ, ຄຸນງາມຄວາມດີ ຂອງປະທານ ສຸພານຸວົງ ເຊິ່ງເພິ່ນເປັນ ຜູ້ນຳທີ່ແສນເຄົາລົບຮັກ ຂອງຊາດລາວ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ທັງເປັນການໂຄສະນາສຶກສາອົບຮົມ ບັນດາຊັ້ນຄົນຕ່າງໆ ໃນທົ່ວສັງຄົມ ໃຫ້ເຂົ້າໃຈເລີກເຊິ່ງຕໍ່ກັບມູນເຊື້ອອັນດີງາມ ຂອງປະທານສຸພານຸວົງ ແລະ ຮ່ວມກັນຜັນຂະຫຍາຍວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ເພື່ອເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ລະຫວ່າງ ລາວ-ຫວຽດນາມ ແລະ ຄວາມສາມັກຄີປະຊາຊົນບັນດາເຜົ່າພາຍໃນຊາດ.       ຈາກນັ້ນ, ທ່ານ ສົມສະນິດ ທຳມະວົງ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຂຶ້ນຜ່ານມູນເຊື້ອ ວັນສ້າງຕັ້ງສາຍພົວພັນການທູດລາວຫວຽດນາມ ຄົບຮອບ 64 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 49 ປີ ເຊີ່ງທ່ານຍົກໃຫ້ເຫັນ ສະພາບແວດລ້ອມແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ທີ່ມີມູນເຊື້ອຄວາມສາມັກຄືຂອງປະຊາຊົນ 2 ຊາດ ລາວ-ຫວຽດນາມ ໃນຖານປະເທດບ້ານໃກ້ເຮືອນຄຽງ ທີ່ມີຊາຍແດນຕິດຈອດກັນ ແຕ່ເໜືອຕະຫຼອດໃຕ້, ມີມູນເຊື້ອ ໄປມາຫາສູ່ ແລກ ປ່ຽນສິນຄ້າ, ວັດທະນະທຳ, ອຸດົມຄະຕິ ແລະ ນໍ້າໃຈຄວາມສາມັກຄີຂອງປະຊາຊົນ 2 ຊາດລາວ ມາເປັນພັນໆປີ ແລະ ໄລຍະການຕໍ່ສູ້ດຳເນີນການຕໍ່ສູ້ປະຕິວັດເປັນເວລາເຄິ່ງສະຕະວັດ ທີ່ 2 ຊາດ ລາວ-ຫວຽດນາມ ໄດ້ພ້ອມກັນຕໍ່ສູ້ສັດຕູໂຕດຽວກັນ ພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ, ຕໍ່ມາແມ່ນ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ, ຄວາມຜູກພັນ, ສາມັກຄີ ແລະ ການຊ່ວຍ ເຫຼືອເຊິ່ງກັນ ແລະ ກັນທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານນັ້ນ ໄດ້ເພີ່ມຄວາມແໜ້ນແຝ້ນ ແລະ ເຕີມໃຫຍ່ ກາຍເປັນຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານຂອງ 2 ຊາດລາວ – ຫວຽດນາມ ໂດຍແມ່ນ ປະທານ ໂຮຈີ່ມິນ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ລິເລີ່ມ ຈາກນັ້ນມາການນໍາແຕ່ ລະຮຸ່ນຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຕ່າງກໍໄດ້ເອົາໃຈໃສ່ປັບປຸງເສີມຂະຫຍາຍ ໃຫ້ກາຍເປັນການພົວພັນສາມັກຄິອັນບໍລິສຸດຜຸດຜ່ອງ ທີ່ຫາຍາກໃນການພົວພັນສາກົດ ແລະ ກາຍເປັນມໍລະດົກ ອັນລໍ້າຄ່າຂອງສອງຊາດ ລາວ-ຫວຽດນາມ.
     ຈາກນັ້ນ, ທ່ານ ອຸ່ນແປງ ທຳມະໂນໄຊ ຮອງເລຂາພັກເມືອງ, ປະທານກວດກາພັກລັດ, ຜູ້ຊີ້ນຳວຽກງານຂົງເຂດພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ. ຍັງໄດ້ໃຫ້ກຽດ ຂຶ້ນຜ່ານປະຫວັດຄວາມເປັນມາ, ຂອງປະທານ ສຸພານຸວົງ ເຊິ່ງທ່ານໄດ້ຍົກໃຫ້ເຫັນ ຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງເພິ່ນ ເຊິ່ງເພິ່ນເປັນຜູ້ນຳທີ່ແສນເຄົາລົບຮັກຂອງຊາດລາວ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ, ເປັນຜູ້ນຳທີ່ມີຄວາມຈົ່ງຮັກພັກດີ ຕໍ່ອຸດົມການປະຕິວັດຢ່າງເດັດຂາດ, ຕໍ່ສູ້ຢ່າງກ້າແກ່ນພິລະອາດຫານ ຍາມໃດກໍ່ຍົກສູງສະຕິລະບຽບວິໄນຕໍ່ການຈັດຕັ້ງ, ນັບຖືໝູ່ຄະນະ, ເອື້ອເຟື້ອຮັກແພງມິດສະຫາຍຢ່າງຈິງໃຈ; ດໍາລົງຊີວິດຢ່າງຊື່ສັດສຸດຈະລິດ ແລະ ງ່າຍດາຍ. ຕະຫຼອດຊີວິດຂອງ ປະທານສຸພານຸວົງ, ບໍ່ວ່າຈະຢູ່ໃນຕຳແໜ່ງໃດ, ຄວາມຮັບຜິດຊອບອັນໃດ ເພິ່ນກໍ່ອຸທິດໝົດຈິດໝົດໃຈ, ໝົດຄວາມສາມາດ ແລະ ຫົວຄິດປະດິດສ້າງຂອງຕົນ ໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດເພື່ອເອກະລາດ, ອະທິປະໄຕຂອງຊາດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນເຮົາ. ປະທານສຸພານຸວົງ ໄດ້ເດີນຕາມເສັ້ນທາງຂອງພັກ, ຄວາມສາມາດ, ຄຸນນະທໍາ ແລະ ອິດທິພົນຂອງທ່ານ ໄດ້ ກາຍເປັນສິ່ງກະຕຸກຊຸກຍູ້ ປຸກລະດົມດຶງດູດປະຊາຊົນເຜົ່າຕ່າງໆ, ຊັ້ນຄົນຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນສ້າງກ້ອນກໍາລັງຄວາມສາມັກຄີເປັນອັນໜຶ່ງອັນດຽວກັນ ໃນແນວໂຮມເອກະພາບແຫ່ງຊາດ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ ບັນດາທ່ານຜູ້ເຂົ້າຮ່ວມໃນພິທີ ໃຫ້ສືບຕໍ່ເພີ່ມພູນຄູນສ້າງ ແລະ ຮໍ່າຮຽນເອົາແບບຢ່າງ ຄຸນງາມຄວາມດີຂອງ ປະທານ ສຸພານຸວົງ, ຮຽນເອົາທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນາພາຂອງພັກ ກໍ່ຄືແນວທາງການປ່ຽນແປງໃໝ່, ເອົາໃຈໃສ່ຝຶກຝົນຕົນເອງ ໃຫ້ກາຍເປັນພະນັກງານຮຸ່ນສືບທອດ ທີ່ຈົ່ງຮັກພັກດີຕໍ່ພັກ ແລະ ຕໍ່ປະເທດຊາດ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ມີຄວາມສີວິໄລຕະຫຼອດໄປ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet