ເມືອງຜົ້ງສາລີເຊື່ອມຊຶມເອກະສານສໍາຄັນຕ່າງໆເພື່ອດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ

ເມືອງຜົ້ງສາລີ

ເຊື່ອມຊຶມເອກະສານສໍາຄັນຕ່າງໆເພື່ອດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ

     ກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານອົບຮົບການເມືອງ-ແນວຄິດ ສໍາລັບສະມາຊິກພັກ-ພະນັກງານຫຼັກແຫຼ່ງ ເພື່ອດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 6 ມີນາ 2024 ນີ້ ຢູ່ສະໂມສອນໃຫຍ່ຂອງເມືອງຜົ້ງສາລີໂດຍການເປັນປະທານຂອງ ສະຫາຍ ບຸນເພັງ ສົມຈະເລີນ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ການເມືອງແນວຄິດຂັ້ນເມືອງ, ເຂົ້າຮ່ວມມີບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການກອງບັນຊາການ ປກຊ-ປກສ, ໂຮງໝໍຊຸມຊົນ, ທະນາຄານນະໂຍບາຍ, ສູນໄຟຟ້າປະຈໍາເມືອງ, ພະນັກງານແຂວງທີລົງຮາກຖານປະຈໍາເມືອງ,ເລຂາຄະນະພັກໂຮງຮຽນອ້ອມຂ້າງເມືອງຕະຫຼອດພະນັກງານຫູັກແຫຼ່ງອ້ອມຂ້າງເມືອງເຂົ້າຮ່ວມ.

     ໃນກອງປະຊຸມ ສະຫາຍ ບຸນເພັງ ສົມຈະເລີນ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ການເມືອງ-ແນວຄິດຂັ້ນເມືອງ ໄດ້ມີຄໍາເຫຼັນກ່າວເປີດກອງປະຊຸມວ່າ ການດໍາເນີນກອງປະຊຸມໃຫຍ່ຂອງພັກ 3 ຂັ້ນແມ່ນມີຄວາມໝາຍສໍາຄັນຢ່າງຍິງຕໍ່ຊີວິດການເມືອງຂອງພັກ,ເປັນການປະຕິບັດຫຼັກການນໍາພາ ແລະ ຫຼັກການຈັດຕັ້ງຂອງພັກເພື່ອແນ່ໃສ່ປັບ ປຸງພັກທາງດ້ານການເມືອງ-ແນວຄິດ ທັງເປັນບັ້ນດໍາເນີນຊີວິດການເມືອງພາຍໃນຄະນະພັກ ແລະ ສະມາຊິກພັກ, ກອງປະ ຊຸມເຜື່ຍແຜ່ເຊື່ອມຊຶມໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຕໍ່ຊີວິດການເມືອງຂອງພັກ ກໍ່ຄືການຈັດຕັ້ງດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ບາດກ້າວ ເພື່ອໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ, ທັງຮັບປະກັນເຮັດໃຫ້ບົດບາດການນໍາພາຂອງພັກຢູ່ແຕ່ລະຂັ້ນ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ.

      ເພື່ອໃຫ້ບັນດາສະຫາຍໃນຄະນະພັກແຕ່ລະຂັ້ນ ນໍາເອົາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ແລະ ເປັນຮູບປະຖໍາ ພ້ອມທັງຮຽກຮ້ອງໃຫ້ບດາສະຫາຍທີ່ເຂົ້າຮ່ວມ ຍົກສູງຄວາມຮັບຜິດຊອບໃນການເອົາໃຈໃສ່ຕິດຕາມ, ຄົ້ນຄວ້າບັນດາເນື້ອໃນເອກະສານຕ່າງໆນັ້ນ ເພື່ອໄປຜັນຂະຫຍາຍຢູ່ກົມດອງຂອງຕົນໃຫ້ຖົ່ວເຖິງ ແລະ ມີຄວາມຮັບຜິດຊອບ, ເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ປະກອບມີ 4 ເອກະສານຄື: ຄວາມເຂົ້າໃຈກ່ຽວກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ, ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ຕັ້ງໜ້າຝືກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິ ວັດ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ-ສະມາຊິກພັກ ເຊິ່ງນໍາສະເໜີໂດຍ ສະຫາຍ ບຸນເພັງ ສົມຈະ ເລີນ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ການເມືອງ-ແນວຄິດຂັ້ນເມືອງ ແລະ ສະຫາຍ ສຸລິວັນ ແສນສະຕີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ຈຸດປະສົງໃນການເຜື່ຍແຜ່ເຊື່ອມຊຶມເອກະສານອົບຮົບການເມືອງ-ແນວຄິດ ສໍາລັບສະມາຊິກພັກ-ພະນັກງານຫຼັກແຫຼ່ງ ເພື່ອດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ກໍ່ເພື່ອໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ ມີຄວາມຮັບຮູ້ເຂົ້າໃຈຄວາມໝາຍຄວາມສໍາຄັນຕໍ່ກັບການ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ແລະ ເພື່ອພ້ອມກັນນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet