ເມືອງຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ລະ ນຶກວັນເກີດຂອງ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ

ໃນວັນທີ 5 ມັງກອນ 2023 ທີ່ຜ່າມານີ້, ຢູ່ທີ່ສະໂມສອນເມືອງຜົ້ງສາລີ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ( 20 ມັງກອນ 1949 – 20 ມັງກອນ 2024) ແລະ ລະນຶກວັນເກີດຂອງ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (8 ກຸມພາ 1924 – 8 ກຸມພາ 2024) ໂດຍການເຂົ້າຮ່ວມຂອງສະຫາຍ ຄຳເຫຼັກ ໃຈອີສານ ກຳມະການປະຈຳພັກແຂວງ, ຮອງເຈົ້າແຂວງ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມຂັ້ນແຂວງ, ມີສະຫາຍ ປອ ວັນໄຊ ແສນຍອດ ກຳມະການພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງຜົ້ງສາລີ, ເຂົ້າຮ່ວມຮັບຟັງການປາຖະກະຖາໃນຄັ້ງນີ້, ມີບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ອົງການທຽບເທົ່າ, ກອງບັນຊາການປກຊ-ປກສ, ອາດີດພະນັກງານບຳນານ ແລະ ເລຂາພັກນາຍບ້ານ 11 ບ້ານເຂົ້າຮ່ວມ.

ໃນພິທີ ສະຫາຍ ຄຳເຫຼັກ ໃຈອີສານ ກຳມະການປະຈຳພັກແຂວງ, ຮອງເຈົ້າແຂວງ ຂຶ້ນເລົ່າປະຫວັດການກໍາເນີດ ຂອງກອງທັບປະຊາຊົນລາວ ຊາດລາວແມ່ນຊາດຫນຶ່ງທີ່ມີປະຫວັດສາດອັນຍາວນານນັບຫຼາຍພັນປີ, ປະຊາຊົນລາວບັນດາເຜົ່າມີນ້ໍາໃຈ ຮັກຊາດອັນດູດດື່ມ, ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມດຸຫມັ່ນຂະຫຍັນພຽນ ແລະ ມູນເຊື້ອພິລະອາດຫານ ຕໍ່ສູ້ບໍ່ຍອມຈໍານົນສັດຕູ ເພື່ອປົກປັກຮັກສາຄວາມເປັນເອກະລາດ ແລະ ອິດສະຫຼະພາບແຫ່ງຊາດໄວ້ໃຫ້ຫມັ້ນຄົງ, ວັນທີ 20 ມັງກອນ 1949 ຢູ່ເຂດທີ່ຫມັ້ນຖໍ້າແມ ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ, ທ່ານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງ “ກອງລາດຊະວົງ” ຂຶ້ນຢ່າງເປັນທາງ. ໃນມື້ດຽວກັນນັ້ນ, ໂດຍພາຍໃຕ້ການນໍາພາອັນແທດເຖິງ ຂອງພັກກອມມູນິດອິນດູຈີນ ປະຈໍາແຄວ້ນລາວ ໄດ້ປະກາດສ້າງຕັ່ງກອງທັບລາວອິດສະຫຼະຢ່າງເປັນທາງການ ໂດຍແມ່ນ ທ່ານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ເປັນຜູ້ບັນຊາໂດຍກົງ. ຈາກນັ້ນມາ ກໍ່ໄດ້ປະກາດຮັບເອົາບັນດາກອງເອກະລາດອື່ນໆເຊັ່ນ: ກອງໄຊ ຈັກກະພັດ, ກອງຟ້າງຸ່ມ, ກອງປັດໄຈ ແລະ ກອງໄຊເຊດຖາ ໂຮມເຂົ້າເປັນກອງທັບລາວອິດສະຫຼະ; ນັບແຕ່ນັ້ນມາ ວັນທີ 20 ມັງກອນ 1949 ຈິ່ງກາຍເປັນວັນປະຫວັດສາດແຫ່ງການສ້າງຕັ້ງ ກອງທັບປະຊາຊົນລາວ.
ຈາກນັ້ນ, ສະຫາຍ ປອ ວັນໄຊ ແສນຍອດ ກຳມະການພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງຜົ້ງສາລີ ຍັງໄດ້ປາຖະກະຖາ ລະນຶກວັນເກີດ ຂອງປະທານ ຄໍາໄຕ ສີພັນດອນຄົບຮອບ 100 ປີ. ປະທານ ຄໍາໄຕ ສີພັນດອນ ແມ່ນຫນຶ່ງໃນບັນດາຜູ້ນໍາຮຸ່ນທໍາອິດຂອງການປະຕິວັດລາວ ໄດ້ຮ່ວມກັບຜູ້ນໍາຄົນອື່ນໆ ນໍາພາພາລະກິດການຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງຈັກກະພັດຕ່າງດ້າວກໍ່ຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ເພີ່ນເປັນຜູ້ນໍາທີ່ມີນໍ້າໃຈຮັກຊາດອັນສູງສົ່ງ, ເສຍສະຫຼະທຸກສິ່ງທຸກຢ່າງ ອຸທິດສະຕິປັນຍາ ແລະ ກໍາລັງວັງຊາຢ່າງບໍ່ຮູ້ອິດຮູ້ເມື່ອຍ ຄຽງບ່າຄຽງໄຫຼ່ກັບປະທານ ໄກສອນ ພົມວິຫານ ແລະ ຜູ້ນໍາຄົນອື່ນໆ ຈັດຕັ້ງນໍາພາຂະບວນການປະຕິວັດໄດ້ເຕີບໃຫຍ່ຂະຫຍາຍຕົວ, ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ແລະ ຍາດໄດ້ຜົນສໍາເລັດຢ່າງມີໄຊ ແລະ ພາປະເທດຊາດກ້າວຂຶ້ນສູ່ ຈຸດຫມາຍສັງຄົມນິຍົມເທື່ອລະກ້າວຢ່າງຫນັກແຫນ້ນ. ປະທານ ຄໍາໄຕ ສີພັນດອນ ຍາມໃດກໍ່ໄດ້ຮັບຄວາມນັບ ຖືຮັກເເພງ ເເລະ ເຊື່ອຫມັ້ນໄວ້ວາງໃຈຈາກຫມູ່ຄະນະ ກໍ່ຄື ພະນັກງານນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ, ປະທານ ຄໍາໄຕ ສີພັນດອນ ໄດ້ຮັບມອບຫມາຍຫຼາຍຫນ້າທີ່ສໍາຄັນເປັນລໍາດັບມາ. “ຈາກຜູ້ແທນລັດຖະບານລາວ ອິດສະຫຼະປະຈໍາເຂດໃຕ້ລາວ, ເປັນປະທານຄະນະກໍາມະການຕໍ່ຕ້ານເຂດກາງ, ເປັນກໍາມະການສູງກາງແນວ ລາວອິດສະຫຼະ ແລະ ແນວລາວຮັກຊາດ, ເປັນກໍາມະການສູນກາງພັກ; ໄດ້ຮັບການປະດັບຊັ້ນພົນເອກ ແລະ ເປັນຜູ້ບັນຊາການສູງສຸດກອງທັບປົດປ່ອຍປະຊາຊົນລາວ ແລະ ກອງທັບປະຊາຊົນລາວໃນເວລາຕໍ່ມາ, ເປັນ ກໍາມະການກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ເປັນຮອງນາຍົກລັດຖະມົນຕີ, ເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ເປັນນາຍົກລັດຖະມົນຕີ ແລະ ເປັນຜູ້ນໍາສູງສຸດຂອງພັກ ແລະ ລັດເຮົາ.
ເນື່ອງໃນໂອກາດວັນເກີດຂອງ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8 ກຸມພາ 1924-8 ກຸມພາ 2024) ທັງເປັນລະນຶກເຖິງຄຸນງາມຄວາມດີຂອງເພີ່ນທີ່ມີ ຕໍ່ປະເທດຊາດ ແນໃສ່ຮຽນຮູ້ ແລະ ນໍາເອົາແບບຢ່າງທີ່ດີຂອງເພີ່ນຫມູນໃຊ້ເຂົ້າໃນການຈັດຕັ້ງ, ເຄື່ອນໄຫວ ແລະ ການດໍາລົງຊີວິດຂອງພະນັກ ງານ, ສະມາຊິກພັກ, ປະຊາຊົນ ແລະ ຊັ້ນຄົນຕ່າງໆ ເພື່ອສືບຕໍ່ພັດທະນາ ປະເທດຊາດ ກ້າວຂຶ້ນຕາມອຸດົມການຂອງພັກ ຢ່າງມີໄຊ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet