Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ເມືອງສໍາພັນ ແຂວງຜົ້ງສາລີ ຈັດພິທີ ປາຖະກະຖາ ວັນກຳມະກອນສາກົນ ຄົບຮອບ 140 ປີ -

ເມືອງສໍາພັນ ແຂວງຜົ້ງສາລີ ຈັດພິທີ ປາຖະກະຖາ ວັນກຳມະກອນສາກົນ ຄົບຮອບ 140 ປີ

ເມືອງສໍາພັນ ແຂວງຜົ້ງສາລີ ຈັດພິທີ ປາຖະກະຖາ ວັນກຳມະກອນສາກົນ ຄົບຮອບ 140 ປີ

     ໃນວັນທີ 30 ເມສາ 2026ນີ້ ທີ່ສະໂມສອນເມືອງສໍາພັນ ແຂວງຜົ້ງສາລີ ໄດ້ຈັດພິທີ ປາຖະກະຖາວັນກໍາມະກອນສາກົນຄົບຮອບ 140 ປີ (ວັນທີ 1 ພຶດສະພາ 1886 – ວັນທີ 1 ພຶດສະພາ 2026) ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງຕື ເກຍສະບົງ ກໍາມະການພັກແຂວງ ເລຂພັກເມືອງ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຫົວໜ້າ-ຄະນະກອງບັນການ ປກຊ-ປກສ, ພະນັກງານນັບຮົບ, ພະນັກງານ-ລັດຖະກອນ ແລະ ລັດວິສາຫະກິດ ອ້ອມຂ້າງເມືອງເຂົ້າຮ່ວມ.

ທ່ານ ສົມຈິດ ວົງລີໄຊ ກໍາມະການພັກເມືອງ ປະທານສະຫະພັນກໍາມະບານເມືອງ ໄດ້ກ່າວວ່າ: ໃນທ້າຍສັດຕະວັດທີ 18 ຫາ ຕົ້ນສັດຕະວັດທີ 19 ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂື້ນແທນ, ພາຍໃຕ້ການປົກຄອງຂອງພວກນາຍທຶນ, ຊົນຊັ້ນກຳມະກອນຖືກກົດຂີ່ຂູດຮິດແຮງງານຢ່າງໜັກໜ່ວງ ແລະ ບັງຄັບຂົ່ມເຫັງກຳມະກອນ ເຮັດວຽກ 14 -15 ຊົ່ວໂມງຕໍ່ມື້,ການອອກແຮງງານກໍສຸດ ລໍາບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ, ຄ່າແຮງງານຖືກ. ຍ້ອນເຫດນັ້ນ ຈື່ງກໍໃຫ້ເກີດຂໍ້ຂັດແຍ່ງຂຶ້ນ ລະຫວ່າງນາຍທຶນ ແລະ ກຳມະກອນຜູ້ໃຊ້ແຮງງານ ນັບມື້ນັບຫຼາຍຂືຶ້ນ, ດ້ວຍເຫດນັ້ນ ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຈຶ່ງລຸກຮື້ຂຶ້ນຕໍ່ສູ້ກັບນາຍທຶນ,ເພື່ອທວງໃຫ້ນາຍທຶນເພີ່ມເງິນເດືອນ ແລະ ຫຼຸດຊົ່ວໂມງເຮັດວຽກລົງ, ຍ້ອນການຕໍ່ສູ້ອັນດຸເດືອດ ກອງປະຊຸມໃຫຍ່ຂອງຂອງສະຫະພັນແຮງງານອາເມລິກາ ຈຶ່ງມີມະຕິເລີ່ມແຕ່ວັນທີ 1ພຶດສະພາ 1886 ເປັນຕົ້ນໄປ ກຳມະ ກອນຈະເຮັດວຽກມື້ໜຶ່ງ 8 ຊົ່ວໂມງ.ມະຕິດັ່ງກ່າວ, ໄດ້ເປັນຂີດໝາຍສຳຄັນໃຫ້ແກ່ການຈັດຕັ້ງກຳມະກອນ ແລະ ຊາວຜູ້ອອກແຮງງານທົ່ວໂລກກຽມພ້ອມຕໍ່ສູ້ເອົາສິດຜົນປະໂຫຍດຂອງຕົນ ນັບມື້ນັບກ້ວາງຂວາງ.ມາເຖິງວັນທີ 1 ພຶດສະ ພາ1886 ຢູູ່ຕົວເມືອງຊິກາໂກ ປະເທດອາເມລິກາ ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໄດ້ມີການຕໍ່ສູ້ ສົມທົບກັບເນື້ອໃນຖະແຫຼງການ ຮຽກຮ້ອງໃຫ້ນາຍທຶນປະຕິບັດຕາມການສະເໜີຂອງກຳມະກອນ ແຕ່ນີ້ຕໍ່ໄປ ບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮ່ຳຮຽນ ແລະ ໃນມື້ນັ້ນກຳມະກອນໄດ້ນັດຢຸດງານເຖິງ 5,000 ແຫ່ງໃນຕົວເມືອງໃຫຍ່ຂອງປະເທດອາເມລິກາ.ຈາກເຫດການວັນທີ 1 ພຶດສະພາ 1886 ມັນໄດ້ກາຍ ເປັນກະແສຟອງອັນໃຫຍ່ຫຼວງຢ່າງແຂງແຮງ ແລະ ເປັນກຳລັງໃຈໃຫ້ຂະບວນການຕໍ່ສູ້ຂອງກຳມະກອນໃນທົ່ວໂລກ ມາເຖິງວັນທີ 1 ພຶດສະພາ 1889 ກອງປະຊຸມພັກກອມມູນິດສາກົນ ຄັ້ງທີ 2 ໄດ້ໄຂຂຶ້ນທີ່ ປຣາຣີ ປະເທດຝຣັ່ງ ໄດ້ຜ່ານໂຄງການດຳເນີນງານສຳຄັນຄື:  ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ ເພື່ອປະຕິບັດຕາມຄຳຂວັນ ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳ ນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ.ນອກຈາກນັ້ນທ່ານ ນ ສົມວັນ ສູມວິໄລ ຄະນະປະຈໍາພັກເມືອງ,ຫົວໜ້າຄະນະໂຄສະນາອົບຮົມ ແລະ ຄະນະຫ້ອງການໄດ້ພັດປ່ຽນກັນຂື້ນຜ່ານມູນເຊື້ອອັນສໍາຄັນຂອງພັກຂອງຊາດແລະ ຂອງເພືອນມິດສາກົນຄື: ວັນຜ່າວົງປິດລ້ອມຂອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 67 ປີ ແລະ ວັນເກີດ ທ່ານ ກາກມາກ ຄົບຮອບ 208 ປີ.ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກແລະ ແນວລາວຮັກຊາດ ຄົບຮອບ 66 ປີ ແລະ ວັນໄຊຊະບັ້ນຮົບດຽນບ່ຽນຟູ ຄົບຮອບ 72 ປີ, ວັນໄຊຊະນະຂອງສະຫະພາບໂຊວຽດເໜືອຟາດສິດເຢຍລະມັນ ໃນສົງຄາມໂລກຄັ້ງທີ 2 ແລະ ວັນເກີດທ່ານໂຮຈີ່ມິນ ຕື່ມອີກ.

ຂ່າວໂດຍ: ຄໍາຮຸ່ງ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet