
ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນຜູ້ບໍຈາກເລືອດໂລກ
ຕອນເຊົ້າຂອງວັນ 22 ມີຖຸນາ 2026 ທີສະໂມສອນເມືອງບຸນເໜືອ, ທາງອົງການກາແດງແຂວງຜົ້ງສາລີ, ໄດ້ຈັດພິທີສະເຫຼີມສະຫຼອງ ວັນຜູ້ບໍຈາກເລືອດໂລກ 14 ຖຸນາ 2026 ຄົບຮອບ 22 ປີ ໂດຍການເປັນປະທານຂອງທ່ານ ອູຄຳ ຕຸລາພັນ ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງ ແຂວງ, ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມຂັ້ນແຂວງ, ມີທ່ານ. ຄຳເປື້ອງ ເມືອງໄຊ ເລຂາໜ່ວຍພັກ, ຫົວໜ້າ ອົງການກາແດງແຂວງ, ມີບັນດາຫົວໜ້າ-ຮອງຫົວໜ້າ ພະແນກການ, ມີພຣະເທລະ-ນຸເທລະ, ສະພາປະຊາຊົນແຂວງ, ສອງກອງກໍາລັງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ໂຮງໝໍ, ອົງການຈັດຕັ້ງ ມະຫາຊົນ ພ້ອມດ້ວຍ ຄະນະກຳມະການສົ່ງເສີມການບໍລິຈາກເລືອດ – ສົ່ງເລືອດ ຂັ້ນແຂວງ-ຂັ້ນ ເມືອງ,ມີຜູ້ຕາງໜ້າຫົວໜ່ວຍທຸລະກິດ, ຕະຫຼອດຮອດ ຜູ້ບໍລິຈາກເລືອດ ເຂົ້າຮ່ວມ.

ທ່ານ ອູຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງ ແຂວງ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມຂັ້ນແຂວງ,ໄດ້ຫວນຄືນປະຫັວດຄວາມເປັນມາຂອງວັນຜູ້ບໍລິຈາກເລືອດໂລກ, ເຊີງ ວັນທີ 14 ມິຖຸນາ ຂອງທຸກໆປີ ເປັນວັນແຫ່ງການສະເຫຼີມສະຫຼອງ ວັນຜູ້ບໍລິຈາກເລືອດໂລກ ຢູ່ ທົ່ວທຸກ ມຸມໂລກ ເພື່ອສະແດງຄວາມຮູ້ບຸນຄຸນ, ຍົກຍ້ອງ ແລະ ຈະລຶກຄຸນງາມຄວາມດີ ຕໍ່ຜູ້ບໍລິຈາກ ເລືອດທຸກທ່ານ ທີ່ ໄດ້ມອບຂອງຂວັນອັນມີຄ່າທີ່ສຸດຕໍ່ຊີວິດ ຄື “ການບໍລິຈາກເລືອດ ດ້ວຍຄວາມສະໝັກ ໃຈ ໂດຍບໍ່ຮຽກຮ້ອງສິ່ງ ຕອບແທນ” ເພື່ອຊ່ວຍເຫຼືອຄົນເຈັບ, ພ້ອມທັງເປັນການສ້າງຈິດສໍານຶກໃຫ້ທົ່ວ ສັງຄົມ ເຫັນໄດ້ເຖິງຄວາມຈໍາເປັນ ຂອງການບໍລິຈາກເລືອດຢ່າງເປັນປະຈຳໃນເດືອນ ພຶດສະພາ ປີ 2005 ກອງປະຊຸມໃຫຍ່ຂອງອົງການອະນາໄມໂລກ ຄັ້ງທີ 58 ໄດ້ມີ ການລົງນາມຂໍ້ຕົກລົງ ໃນການສະໜັບສະໜູນການບໍລິຈາກເລືອດດ້ວຍຄວາມສະໝັກໃຈ ແລະ ໄດ້ກຳນົດເອົາ ວັນທີ 14 ມິຖຸນາ ຂອງທຸກໆປີ ເປັນວັນຜູ້ບໍລິຈາກເລືອດໂລກ. ວັນທີ 14 ມິຖຸນາ ນີ້ ຍັງເປັນ ວັນຄ້າຍວັນເກີດ ຂອງທ່ານ ຄານແລນສະແທນເນີ ນັກຊີວະວິທະຍາ ຊາວໂອດຣິດ ຜູ້ທີ່ໄດ້ຄົ້ນພົບໝວດເລືອດລະບົບ ABO ເປັນຄົນທໍາອິດ, ເຊິ່ງຖືວ່າເປັນການໄຂສັກກະ ຫຼາດໃໝ່ ຂອງການສົ່ງເລືອດ ທີ່ມີຄວາມປອດໄພ ໃຫ້ແກ່ຄົນເຈັບ ຢູ່ໃນໂລກນີ້.

ໃນກອງປະຊຸມຄັ້ງນັ້ນ, ບັນດາປະເທດສະມາຊິກ ຂອງອົງການອະນາໄມໂລກ ຍັງໄດ້ມີຂໍ້ຕົກລົງ ຮ່ວມກັນ ທີ່ຈະສະໜັບສະໜູນ, ຊ່ວຍເຫຼືອ ແລະ ຮ່ວມມືກັນລະຫວ່າງປະເທດ ເພື່ອໃຫ້ມີການກຳກັບ ດູແລ ບໍລິຫານ ຈັດການ ບໍລິການເລືອດ ໃຫ້ມີຄວາມຍືນຍົງ ແລະ ເໝາະສົມ ໂດຍພາກລັດ ຈະຕ້ອງສະໜັບສະໜູນ ແລະ ໃຫ້ ຄວາມຊ່ວຍເຫຼືອດ້ານນະໂຍບາຍ ພ້ອມທັງງົບປະມານທີ່ພຽງພໍ ເພື່ອຮັບປະກັນ ໃຫ້ການສະໜອງເລືອດ ມີຄວາມ ພຽງພໍ, ມີຄຸນນະພາບ, ມີຄວາມປອດໄພສູງ ແລະ ເພີ່ມທະວີການປູກລະດົມຂົນຂວາຍ ບໍລິຈາກເລືອດແບບສະ ໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ ໃຫ້ມີປະສິດທິພາບ, ສາມາດຕອບສະໜອງຄວາມຕ້ອງການເລືອດ ຂອງຄົນ ເຈັບພາຍໃນປະເທດຂອງຕົນ ໄດ້ຢ່າງທັນການ.ດັ່ງນັ້ນ, ໃນແຕ່ລະປີ ອົງການອະນາໄມໂລກ, ສະຫະພັນກາແດງ ແລະ ຊິກວົງເດືອນແດງສາກົນ ພ້ອມ ດ້ວຍໜ່ວຍງານສາກົນ ທີ່ກ່ຽວຂ້ອງ ໄດ້ກຳນົດຄໍາຂວັນ ທີ່ມີເນື້ອໃນປຸກລະດົມແຕກຕ່າງກັນໄປ. ສໍາລັບຄໍາຂວັນ ວັນຜູ້ບໍລິຈາກເລືອດໂລກ ປະຈຳປີ 2026 ນີ້ແມ່ນ: “ໜຶ່ງຢອດເລືອດເພື່ອມະນຸດສະທາ ໃຫ້ເລືອດ ໃຫ້ຊີວິດ”

ໃນປີ 2025 ຜ່ານມາ: ການຮັບບໍລິຈາກເລືອດຢູ່ພາຍໃນແຂວງ (ທັງໃນສູນ ແລະ ນອກສູນ) ສາມາດ ເກັບຮັກສາເລືອດໄດ້ທັງໝົດ 338 ຖົງ (ໃນນີ້ ເປັນ ເພດຍິງ 95 ຄົນ). ຖ້າແຍກຕາມປະເພດ ແມ່ນໄດ້ຈາກຜູ້ ບໍລິຈາກແບບສະໝັກໃຈ 105 ຄົນ (ຍິງ 45 ຄົນ) ແລະ ແບບທົດແທນພີ່ນ້ອງ 233 ຄົນ (ຍິງ 50 ຄົນ). ຖ້າ ທຽບໃສ່ແຜນຄາດຄະເນປະຈຳປີ 2025 ທີ່ຕັ້ງໄວ້ 600 ຖົງ/ປີ ແມ່ນສາມາດບັນລຸໄດ້ 56.33% ຍັງບໍ່ທັນບັນລຸ ຄາດໝາຍ 262 ຖົງ ຫຼື ເທົ່າກັບ 43.67% ແລະ ພວກເຮົາໄດ້ອອກບັດຜູ້ບໍລິຈາກເລືອດໄດ້ທັງໝົດ 105 ຄົນ. ສໍາລັບຜົນງານ 6 ເດືອນຕົ້ນປີ 2026 ນີ້, ແມ່ນໄດ້ສືບຕໍ່ຢ່າງຕັ້ງໜ້າ ສາມາດຈັດຕັ້ງປະຕິບັດຮັບບໍລິຈາກ ເລືອດຢູ່ພາຍໃນແຂວງໄດ້ລວມທັງໝົດ 181 ຖົງ, ໃນສູນແມ່ນ 117 ຖົງ, ນອກສູນແມ່ນ 16 ຖົງ. ເມືອງຂວາ 29 ຖົງ, ເມືອງຜົ້ງສາລີ 19 ຖົງ, ຖ້າທຽບໃສ່ແຜນຄາດຄະເນປະຈໍາປີ 2026 ທີ່ຕັ້ງໄວ້ 650 ຖົງ/ປີ ແມ່ນສາມາດບັນລຸ ໄດ້ແລ້ວ 27.85% ຍັງບໍ່ທັນບັນລຸຄາດໝາຍ 469 ຖົງ ຫຼື ເທົ່າກັບ 72.15%, ຖືວ່າຕົວເລກຍັງສູງຫຼາຍ ປີ2026 ແຜນການຄາດຫມາຍສູ້ຊົນ ໃນການປຸກລະດົມຮັບບໍລິຈາກເລືອດໃນທົ່ວປະເທດ ເຊິ່ງແຕ່ລະ ແຂວງ ນໍາໄປຈັດຕັ້ງປະຕິບັດ. ໃນປີ ຕໍ່ໆປີ ກໍ່ຈະມີການເພີ້ມຂື້ນໃນແຕ່ລະປີ ຮອດປີ 2030 ຕ້ອງໃຫ້ບັນລຸ 120,000 ຖົງ ແລະ ການບໍລິຈາກເລືອດແບບສະຫມັກໃຈ ພ້ອມນັ້ນ ຜູ້ທີ່ບໍລິຈາກເລືອດເປັນປົກກະຕິແລະ ຜູ້ບໍລິຈາກເລືອດຫຼາຍຄັ້ງຂື້ນສະແດງຄວາມຮູ້ສືກຂອງຕົນຕໍ່ພິທີ ພ້ອມທັງແນະນຳ ຄວາມຄວາມສຳຄັນຂອງບໍລິຈາກເລືອດທາງດ້ານເຕັກນີກວິຊາການສ້າງກີດຈະກຳຄຳຖາມ-ຄຳຕອບ ຈາກນັ້ນຜູ້ເຂົ້າຮ່ວມກິດຈະກຳການຮ່ວມບໍລິຈາກເລືອດແບບສະໜັກໃຈ ຈຳນວນ 7 ທ່ານ, ຍິງ 3 ທ່ານ, ເລືອດ 7 ຖົງ, ພ້ອມທັງມອບໃບຍ້ອງຍໍ, ຂອງທີ່ລະນຶກໃຫ້ບໍລິຈາກເລືອດຫຼາຍຄັ້ງ ແລະ ບໍລິຈາກເລືອດໃໜ່ ຕື່ມອີກ.
ພາບ-ຂ່າວ: ແກ້ວສະຫ່ວາງ ໄຊຍະເງີນ.