
ແຂວງຜົ້ງສາລີ ສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ
ພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ຄື: ວັນທີ 20 ກໍລະກົດ 1955 – ວັນທີ 20 ກໍລະກົດ 2026 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 15 ກໍລະກົດ ປີ 2026 ນີ້ ທີ່ສະໂມສອນໃຫຍ່ຂອງແຂວງຜົ້ງສາລີ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົຕ ສົມພອນ ມິດຕະພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຜົ້ງສາລີ, ມີທ່ານ ນາງ ຄຳມະລາ ສຸວົງ ກຳມະການພັກແຂວງ, ຄະນະບໍລິຫານງານສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງແຂວງຜົ້ງສາລີ, ມີບັນດາທ່ານກຳມະການພັກແຂວງ, ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ເມືອງ, ມີບັນດາທ່ານພັນລະຍາຂອງການນຳແຂວງ, ປະທານສະຫະພັນໜ່ວຍແມ່ຍິງອ້ອມຂ້າງແຂວງ ຕະຫຼອດຮອດ ສະມາຊິກສະຫະພັນແມ່ຍິງອ້ອມຂ້າງແຂວງເຂົ້າຮ່ວມ.
ໃນພິທີ ທ່ານ ນາງ ຄຳມະລາ ສຸວົງ ກຳມະການພັກແຂວງ, ຄະນະບໍລິຫານງາຍສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງແຂວງຜົ້ງສາລີ ໄດ້ຂຶ້ນຫວນຄືນປະຫວັດສາດແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອອັນອົງອາດກ້າຫານຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຕະຫຼອດໄລຍະ 71 ປີ ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ, ອົງການຈັດຕັ້ງແມ່ຍິງໄດ້ເຄື່ອນໄຫວຢ່າງຕັ້ງໜ້າ ຕາມພາລະບົດບາດ ທີ່ໄດ້ກໍານົດໄວ້ໃນກົດລະບຽບ ແລະ ໂຄງການດໍາເນີນງານຂອງຕົນ, ໄດ້ປັບປຸງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກໃນແຕ່ລະໄລຍະ ເຊິ່ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແມ່ນໄດ້ສ້າງຕັ້ງຂື້ນໃນວັນທີ 20 ກໍລະກົດ 1955 ໂດຍພັກໄດ້ຈັດຕັ້ງໜ່ວຍງານຄົ້ນຄວ້າຂຶ້ນ ເຊິ່ງເປັນຕົ້ນກໍາເນີດໃນການສ້າງຕັ້ງແມ່ຍິງລາວມາຮອດປະຈຸບັນ. ໃນພິທີ ທ່ານ ນາງ ຄຳມະລາ ສຸວົງ ກຳມະການພັກແຂວງ ຄະນະບໍລິຫານງານສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງແຂວງຜົ້ງສາລີ ຍັງໄດ້ເລົ່າຄືນມູນເຊື້ອວັນສ້າງຕັ້ງອົງການສະຫະພັນແມ່ຍິງແຂວງຜົ້ງສາລີຕື່ມອີກ.
ໂອກາດທີມີຄວາມໝາຍສໍາຄັນນີ້ ທ່ານ ພົຕ ສົມພອນ ມິດຕະພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຜົ້ງສາລີ ໄດ້ມີຄຳເຫັນ ແລະ ໂອ້ລົມຕໍ່ພິທີ ຊຶ່ງກ່ອນອືນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາທ່ານຄະນະສະຫະພັນແມ່ຍິງ, ຕະຫຼອດຮອດສະຫະພັນແມ່ຍິງລາວບັນດາເຜົ່າໃນທົ່ວແຂວງ ທີ່ຍາດໄດ້ຜົນງານ ແລະ ໄຊຊະນະໃນໄລຍະທີຜ່ານມາ ພ້ອມທັງເນັ້ນໜັກບາງບັນຫາຕໍ່ສະຫະ ພັນແມ່ຍິງແຂວງ ໃຫ້ສືບຕໍ່ບຸກບືນພັດທະນາຕົນເອງໃນທຸກດ້ານໃຫ້ເຂັ້ມແຂງກວ່າເກົ່າ, ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ສະມາຊິກແມ່ຍິງ, ເອື້ອຍນ້ອງແມ່ຍິງບັນດາເຜົ່າ ໄດ້ເຊື່ອມຊຶມມີຄວາມຮັບຮູ້ເຂົ້າໃຈຢ່າງຖຶກຕ້ອງແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ກຳແໜ້ນພາລະບົດບາດ ແລະ ສິດເປັນເຈົ້າຂອງປະເທດຊາດ, ສືບຕໍ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ສະຫະພັນແມ່ຍິງແຕ່ລະຂັ້ນ ສືບຕໍ່ເອົາໃຈໃສ່ປະຕິບັດພາລະບົດບາດໃນການເປັນຕົວແທນແຫ່ງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ, ເອົາໃຈໃສ່ຕໍ່ການສ້າງຖັນແຖວພະນັກງານເພດຍິງ ໃຫ້ມີຄວາມຮູ້ຄວາມສາມາດໃນການຄຸ້ມຄອງນຳພາຢູ່ບັນດາການຈັດຕັ້ງຂັ້ນຕ່າງໆໃຫ້ນັບມື້ນັບເພີ່ມຂຶ້ນ, ສືບຕໍ່ປຸກລະດົມຊຸກຍູ້ຂະບວນການຈັດຕັ້ງປະຕິບັດຄຳຂວັນ 3 ດີ ໂດຍຕິດພັນກັບຂະບວນການແກ້ໄຈຄວາມທຸກຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ໃຫ້ກວ້າງຂວາງ, ເອົາໃຈໃສ່ຕິດຕາມກວດກາຊຸກຍູ້ກອງທືນທີ່ແມ່ຍິງຄຸ້ມຄອງໃຫ້ເຂັ້ມແຂງ ແລະ ຍືນຍົງ.
ພາບ-ຂາ່ວ: ຍີນໄຊ