Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170
ແຂວງຜົ້ງສາລີ ເປີດກອງປະຊຸມຄົບຄະນະບໍລີຫານງານພັກແຂວງຄັ້ງທີ 3 ສະໄໝທີ Xll -

ແຂວງຜົ້ງສາລີ ເປີດກອງປະຊຸມຄົບຄະນະບໍລີຫານງານພັກແຂວງຄັ້ງທີ 3 ສະໄໝທີ Xll

ແຂວງຜົ້ງສາລີ ເປີດກອງປະຊຸມຄົບຄະນະບໍລີຫານງານພັກແຂວງຄັ້ງທີ 3 ສະໄໝທີ Xll

     ກອງປະຊຸມຄົບຄະນະບໍລີຫານງານພັກແຂວງຜົ້ງສາລີ ຄັ້ງທີ 3 ສະໄໝທີ Xll ໄດ້ເປີດຂຶ້ນໃນຕອນເຊົ້າຂອງວັນທີ 21 ກໍລະກົດ ປີ 2026 ນີ້ ທີ່ຫ້ອງປະຊຸມຊັ້ນ 3 ສຳນັກງານປົກຄອງແຂວງຜົ້ງສາລີ ໂດຍການເປັນປະທານຂອງ ສະຫາຍ ພົຕ ສົມພອນ ມິດຕະພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຜົ້ງສາລີ ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ ,ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກພະແນກການອ້ອມຂ້າງແຂວງ, ອົງການ, ກົມກອງເຂົ້າຮ່ວມ.
ສະຫາຍ ພຕ ສົມພອນ ມິດຕະພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຜົ້ງສາລີ  ໄດ້ມີຄຳເຫັນກ່າວໄຂກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ແມ່ນມີຄວາມໝາຍສຳຄັນເພື່ອທົບທວນຄືນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ,  ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XII ເວົ້າສະເພາະແມ່ນການຈັດຕັ້ງປະຕິບັດມະຕິ ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ສະໄໝສາມັນ ຄັ້ງທີ Xll ກໍຄືການສໍາຫຼວດ, ກວດກາ ແລະ ຕີລາຄາບັນດາໜ້າວຽກທີ່ວາງໄວ້ ສາມາດຜັນຫຍາຍຈັດຕັ້ງປະຕິບັດຫຍັງໄດ້ແດ່ ແລະ ຍັງຄ້າງຄາອັນໃດ ເພື່ອພ້ອມກັນຄົ້ນຄວ້າມາດຕະການແກ້ໄຂຂໍ້ຄົງຄ້າງ ໃນໄລຍະ 6 ເດືອນທ້າຍປີ 2026 ໃຫ້ບັນລຸຕາມແຜນການ. ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງເອກະສານ 7 ສະບັບເປັນຕົ້ນແມ່ນ: ເນື້ອໃນຜົນສຳເລັດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລີຫານງານສູນກາງພັກສະໄໝທີ Xll, ເຜີຍແຜ່ເຊື່ອຊຶມບັນດາມະຕິຂອງກົມການເມືອງສູນກາງພັກ; ຄຳສັ່ງຂອງຄະນະເລຂາທິການສູນກາງພັກສະບັບເລກທີ 11/ຄລສພ, ລົງວັນທີ 7 ພຶດສະພາ ປີ 2026 ແລະ ຄຳສັ່ງເລກທີ 02/ຄລສພ, ລົງວັນທີ 30 ມັງກອນ ປີ 2026 ມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 62/ຄບສພ ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະວຽກງານ 3 ສ້າງໃນໄລຍະໃໝ່, ຮັບຟັງສະຫຼຸບຕີລາຄາການຊີ້ນໍາ-ນໍາພາຂອງຄະນະບໍລິຫານງານພັກແຂວງ ສະໄໝທີ Xll ໃນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ຮັບຟັງການລາຍງານຜົນການດຳເນີນກອງປະຊຸມອົງການປົກຄອງແຂວງ ຄັ້ງທີ 2 ຊຸດທີ X, ຮັບຟັງສະຫຼຸບການຈັດຕັ້ງປະຕິບັດວຽກງານ ກໍ່ສ້າງຮາກຖານການເມືອງ ວຽກງານພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ແລະວຽກ ງານ 3 ສ້າງປະຈຳ 6 ເດືອນຕົ້ນປີ 2026 ແລະທິດທາງແຜນການ 6 ເດືອນທ້າຍປີ 2026.

      ໃນ 6 ເດືອນຕົ້ນປີ 2026 ໄລຍະຜ່ານມາຄະນະບໍລີຫານງານພັກແຂວງໄດ້ເອົາໃຈໃສ່ຊີ້ນໍາວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຄະນະພັກທຸກຂັ້ນ,ພະນັກງານສະມາຊິກພັກ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງ ຢ່າງປົກກະຕິຕໍ່ເນື່ອງ ຕິດພັນກັບການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ Xll ຂອງພັກມະຕິກອງປະຊຸມໃຫ່ຍຂອງອົງຄະນະພັກແຂວງ, ວຽກງານປ້ອງກັນຊາດ-ປ້ອງການຄວາມສະຫງົບ ໄດ້ສືບຕໍ່ປະຕິບັດຕາມແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກຢ່າງຕັ້ງໜ້າ, ດ້ານພັດທະນາເສດຖະກິດ ແລະ ແກ້ໄຂຄວາມທຸກຍາກ ໄດ້ເອົາໃຈໃສ່ຊີ້ນໍາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X 2025 – 2030 ໂດຍສຸມໃສ່ຈັດຕັ້ງປະຕິບັດຕາມທ່າແຮງຕາມທາງອອກຂອງແຂວງ ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດບັນລຸໄດ້ ທັງໝົດ 387,21 ຕື້ກີບ ສ່ວນວຽກງານດ້ານອື່ນໆກໍ່ໄດ້ຊີ້ນໍາຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດເປັນກ້າວໆ.
ຂ່າວ: ຍີນໄຊ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet