
ແຂວງຜົ້ງສາລີ ເປີດງານສັບປະດາແຫ່ງຊາດດ້ານຄວາມປອດໄພ ທາງຫຼວງ ປີ 2026
ຕອນເຊົ້າຂອງ ວັນທີ 08 ເມສາ 2026 ທີ່ ເດີ່ນຜາມໄຊ ເທດສະບານແຂວງຜົ້ງສາລີ, ທາງພະແນກໂຍທາທິການ ແລະ ຂົ່ນສົງແຂວງ ໄດ້ຈັດພິທີສະເຫຼີມສະຫຼອງ ງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງ ປະຈຳປີ 2026 ເປັນກຽດເຂົ້າຮ່ວມຂອງທ່ານ ສັນຕິ ແກ້ວຍະສານ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ຕາງໜ້າປະທານຄະນະກຳມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງຂັ້ນແຂວງ, ທ່ານ ບຸນພານິດ ແກ້ວຮຸ່ງ ກຳມະການພັກແຂວງ, ຫົວໜ້າພະແນກ ໂຍທາທິການ ແລະ ຂົ່ນສົງ ແຂວງ, ມີບັນດາຮອງປະທານຄະນະກຳມະການ-ບັນດາທ່ານຄະນະກຳມະການດ້ານຄວາມປອດໄພທາງຫຼວງ ຂັ້ນແຂວງ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ຕະຫຼອດຮອດ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ໃນພິທີ ທ່ານ ສັນຕິ ແກ້ວຍະສານ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ ຕາງໜ້າປະທານຄະນະກຳມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງຂັ້ນແຂວງ, ໄດ້ກ່າວເປີດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງ ປະຈຳປີ 2026.

ຈາກນັ້ນທ່ານ ບຸນພານິດ ແກ້ວຮຸ່ງກຳມະການພັກແຂວງ, ຫົວໜ້າພະແນກ ໂຍທາທິການ ແລະ ຂົ່ນສົງແຂວງ, ຮອງປະທານຄະນະກຳມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງຂັ້ນແຂວງ ໄດ້ກ່າວວາ: ການຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ໃນຄັ້ງນື້ເພື່ອເປັນການປະກອບສ່ວນໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈະລາຈອນ ທາງບົກ, ໃຫ້ກັບນັກຂັບຂີ່ຍານພາຫະນະທາງບົກມີຄວາມປອດໄພ ເຊີງໄລຍະຜ່ານມາຮອດປັດຈຸບັນ ບັນຫາ ການເກີດອຸປະຕິເຫດຕາມທາງຫຼວງ ໂດຍສະເພາະ ແຂວງຜົ້ງສາລີໃນແຕ່ລະປີ ຍັງມີອັດຕາສູງ, ສະແດງອອກໃນໄລຍະປີ 2021-2025 ທົ່ວແຂວງມີອຸປະຕິເຫດເກີດຂຶ້ນ ທັງໝົດ 465 ຄັ້ງ, ມີຜູ້ຖືກເຄາະຮ້າຍເສຍຊີວິດ ຈໍານວນ 270 ຄົນ, ພາຫະນະເປ່ເພ 593 ຄັນ, ມູນຄ່າການເສຍຫາຍ 10,717,241,000 ກີບ, ສະເພາະປີ 2025 ທົ່ວແຂວງມີອຸປະຕິເຫດເກີດຂຶ້ນ 75 ຄັ້ງ, ບາດເຈັບ 108 ຄົນ, ເສຍຊີວິດ 12 ຄົນ, ຍານພາຫະນະເປ່ເພ 102 ຄັນ, ມູນຄ່າການເສຍຫາຍຈໍານວນ 2,618,430,000 ກີບ, ຍັງບໍ່ລວມຄົນ ທີ່ເສຍອົງຄະ, ໃນຈໍານວນຍານພາຫະນະທີ່ເກີດອຸບປະຕິເຫດສ່ວນຫຼາຍ ແມ່ນລົດຈັກ, ຮອງລົງມາແມ່ນປະເພດລົດໃຫຍ່, ລົດບັນທຸກ ແລະ ປະເພດອື່ນໆ, ຜູ້ເຄາະຮ້າຍຈາກການເກີດອຸບປະຕິເຫດທາງຫຼວງສ່ວນຫຼາຍ ແມ່ນຊາວໜຸ່ມ, ໄວໜຸ່ມ, ນັກຮຽນນັກສຶກສາ ກວມເອົາ 80% ແລະ ເປັນຜູ້ທີ່ສາມາດອອກແຮງງານໄດ້, ປັດໃຈທີ່ພາໃຫ້ເກີດອຸບປະຕິເຫດ ແມ່ນ ຂັບຂີ່ດ້ວຍຄວາມໄວສູງ, ເມົາແລ້ວຂັບ, ປ່ຽນທິດທາງໂດຍບໍ່ເປີດໄຟສັນຍານ, ບໍ່ປ່ອຍສິດ, ຊິງບໍ່ຮັບປະກັນ, ເງື່ອນໄຂຂອງ ຍານພາຫະນະ ແລະ ບໍ່ປະຕິບັດກົດຈະລາຈອນ, ພ້ອມນັ້ນຜູ້ທີເຂົ້າຮ່ວມໄດ້ຮ່ວມກັນ ຕັດແຖບຜ້າ, ປ່ອຍປ້າຍຄໍາຂວັນ ແລະ ຮ່ວມຍ່າງມາລາທອນ ເພື່ອສຸກຂະພາບ ໄລຍະທາງ 1 ກິໂລແມັດ, ເຊິ່ງເຮັດໃຫ້ງານ ສັບປະດາແຫ່ງ ຊາດດ້ານຄວາມປອດໄພທາງຫຼວງ ປະຈຳປີ 2026 ພາຍໃຕ້ຄໍາຂັວນ “ດື່ມຢ່າງມີສະຕິ ເມົາບໍ່ຂັບ” ເຕັມໄປດ້ວຍຄວາມໝາຍ, ຄວາມສໍາຄັນ ແລະ ມີບັນຍາກາດ ຟົດຟື້ນ.
ພາບ-ຂ່າວ:ແກ້ວສະຫ່ວາງ ໄຊຍະເງີນ.