
ໜ່ວຍພັກຄະນະໂຄສະນາອົບຮົມແຂວງຜົ້ງສາລີ ຮັບສະມາຊິກພັກສຳຮອງ
ຕອນເຊົ້າຂອງວັນທີ 3 ມິຖຸນາ 2026 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ຈັດພິທີ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ໂດຍການການເປັນປະທານຂອງ ສະຫາຍ ບຸນສຸລິ ໂລມາ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາສະຫາຍ ຄະນະໜ່ວຍພັກ, ຕະຫຼອດຮອດບັນດາ ສະຫາຍສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.

ໃນພິທີ ສະຫາຍ ນ. ສີວອນ ສຸກສະຫວັນ ສະມາຊິກພັກສຳຮອງໃໝ່ ໄດ້ຂຶ້ນຜ່ານໃບຄຳຮອງສະເໜືຂໍ້ເຂົ້າສະມາຊີກພັກ. ຫລັງຈາກນັ້ນ, ສະຫາຍ ສົມຕຸ້ຍ ສຸວັນນະຄຳ ກຳມະການຄະນະໜ່ວຍພັກ ໄດ້ຂຶ້ນຜ່ານມະຕິ ຕົກລົງວ່າດ້ວຍການ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊີກສຳຮອງ ຈຳນວນ 01 ສະຫາຍ, ຄື ສະຫາຍ ນາງ ສີວອນ ສຸກສະຫັວນ.

ພ້ອມນີ້ ສະຫາຍ ບຸນສຸລິ ໂລມາ ຮອງເລຂາໜ່ວຍພັກ,ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມອບມະຕິຕົກລົງໃຫ້ສະມາຊິກພັກໃໝ່ ແລະ ໂອ້ລົມໂດຍເນັ້ນຫນັກໃຫ້ສະມາຊິກພັກໃຫມ່ປັນຕົ້ນແມ່ນຍົກໃຫ້ເຫັນການກຳເນີດຂອງພັກປະຊາຊົນ ປະຕິວັດລາວ, ທາດແທ້ມູນເຊື້ອຂອງພັກ, ສິດ ແລະ ໜ້າທີ ໂດຍ ສະມາຊິກພັກໃຫມ່ຕ້ອງຕັ້ງຫນ້າຄົ້ນຄວ້າ ຝຶກຝົນຫລໍ່ຫລອມຕົນເອງໃນທຸກດ້ານ ເພື່ອພັດທະນາກໍ່ສ້າງຕົນເອງໃຫ້ກ້າວຫນ້າ ແລະ ເປັນສະມາຊິກພັກທີປອດໃສ່ເຂັ້ມແຂງ ແລະ ໜັກແໜ້ນ.
ພາບ-ຂ່າວ : ແກ້ວສະຫ່ວາງ ໄຊຍະເງີນ.