ໜ່ວຍພັກຄະນະໂຄສະນາອົບຮົມແຂວງຜົ້ງສາລີ ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ IV ປະຈໍາປີ 2022

ໜ່ວຍພັກຄະນະໂຄສະນາອົບຮົມແຂວງຜົ້ງສາລີ

ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ IV ປະຈໍາປີ 2022

     ພິທີມອບ-ຮັບໃບຢັ້ງຍືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ IV ປະຈໍາປີ 2022 ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງຜົ້ງສາລີ  ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 8 ກຸມພາ 2024 ຜ່ານມານີ້ ຢູ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ບົວທອງ ອຸແສງຄຳ, ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ – ພະນັກງານຂັ້ນແຂວງ, ມີສະຫາຍ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຜູ້ຕາງໜ້າຄະນະຈັດຕັ້ງແຂວງ, ກວດກາແຂວງ, ຕະຫຼອດຮອດສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມ.

     ໃນພິທີສະຫາຍ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ ເລຂາໝ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ຂຶ້ນຜ່ານບົດສະຫຼູບການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ແລະ ຜ່ານທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນຕໍ່ໜ້າ. ຊຶ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານດ້ານຕັ້ງໜ້າ ໃນການຊີ້ນຳໆພາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຈຸດອ່ອນຂໍ້ຄົງຂ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ໃນໄລ ຍະທີ່ຜ່ານມາ ແລະ ຍັງໃຫ້ຮູ້ວ່າປັດຈຸບັນ ພາຍໃນໜ່ວຍພັກມີສະມາຊິກພັກທັງໝົດ 16 ສະຫາຍ, ຍີງ 9 ສະຫາຍ. ຈາກນັ້ນ ສະຫາຍ ນາງ ແປງ ໄຊຍະວັນ ຮອງຫົວ ໜ້າຂະແໜງພັກ, ຄະນະຈັດຕັ້ງແຂວງ ກໍ່ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 534/ຄພຂ ລົງວັນທີ 29 ສິງຫາ 2023 ວ່າດ້ວຍການຕົກລົງມອບໃບຢັ້ງຢືນໃຫ້ໜວ່ຍພັກ ຄະນະໂຄສະນາອົບຮົມແຂວງຜົ້ງສາລີ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ແລະ ເປັນກຽດຂຶ້ນມອບໃບຢັ້ງຢືນໂດຍ ສະຫາຍ ບົວທອງ ອຸແສງຄຳ, ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ – ພະນັກງານຂັ້ນແຂວງ ແລະ ຕາງໜ້າໃຫ້ແກ່ໜ່ວຍພັກຂຶ້ນຮັບໂດຍ ສະຫາຍ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ.

    ຈາກນັ້ນ ສະຫາຍ ບຸນສຸລີ ໂລມາ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຄະນະຊີ້ນຳການແຂ່ງຂັນຍ້ອງ ຍໍ, ຮັກຊາດ ແລະ ພັດທະນາ ສະບັບເລກທີ 16/ຄຊຂຍ ລົງວັນທີ 19 ມິຖຸນາ 2023 ວ່າດ້ວຍການແຂ່ງຂັນຍ້ອງຍໍ, ຮັກຊາດ ແລະ ພັດທະນາ ແຂວງຜົ້ງສາລີ ປະຈຳປີ 2022 ເຊິ່ງມີຈຳນວນລວມທັງໝົດ 5.714 ທ່ານ, ຍິງ 1.680 ທ່ານ, ສະເພາະຂອງຄະນະໂຄສະນາອົບຮົມແຂວງມີ 16 ທ່ານ, ຍິງ, 9 ທ່ານ. ເປັນກຽດຂຶ້ນມອບໃບຍ້ອງຍໍໂດຍ ສະຫາຍ ບົວທອງ ອຸແສງຄຳ ແລະ ຂຶ້ນຮັບໂດຍ ພະນັກງານ-ລັດຖະກອນພາຍໃນຄະນະໂຄສະນາອົບຮົມແຂວງ ຕາມລຳດັບ.

      ໃນໂອກາດທີມີຄວາມໜາຍຄວາມສໍາຄັນນັ້ນຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ບົວທອງ ອຸແສງຄຳ, ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ – ພະນັກ ງານຂັ້ນແຂວງ ເຊິ່ງກ່ອນອື່ນສະຫາຍ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕິລາສູງຕໍ່ຜົນສໍາເລັດການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ແລະ ໜັກແໜ້ນໃນຄັ້ງນີ້ ພ້ອມນີ້ ສະຫາຍຍັງໄດ້ຮຽກຮ້ອງມາຍັງຄະນະໜ່ວຍພັກສືບຕໍ່ຊີ້ນຳໆພາການເມືອງແນວຄິດໃຫ້ຖັນແຖວສະມາຊີກພັກຢ່າງຕໍ່ເນື່ອງລຽນຕິດ, ສະມາຊິກພັກແຕ່ ລະສະຫາຍຕ້ອງເປັນເຈົ້າການໃນການພັດທະນາກົມກອງ, ພັດທະນາຕົນເອງດ້ວຍຄວາມເປັນແບບຢ່າງນໍາໜ້າ, ເຊື່ອໜັ້ນຕໍ່ການນຳພາຂອງພັກ, ມີນໍ້າໃຈເສຍສະຫຼະເພື່ອພັກ, ເພື່ອປະເທດຊາດ ແລະ ເພື່ອປະຊາຊົນ, ສືບຕໍ່ເຊື່ອມຊືມບັນດາເອກະສານຕ່າງໆໃຫ້ແກ່ສະມາຊິກພັກເປັນແຕ່ລະໄລຍະ, ເອົາໃຈໃສ່ໂຄສະນາແນວທາງນະໂຍ ບາຍຂອງພັກ, ລະບຽບກົດໝາຍຂອງລັດໃຫ້ພາກລັດ, ເອກະຊົນ ແລະ ທົ່ວສັງຄົມເຂົ້າໃຈຢ່າງເລີກເຊີ່ງ ແລະ ທົ່ວເຖີ່ງ, ຈົ່ງພ້ອມກັນເຕົ້າໂຮມຄວາມສາມັກຄີພາຍໃນໜ່ວຍພັກໃຫ້ເປັນປືກແຜນ ແລະ ສືບຕໍ່ຮັກສາມູນເຊື້ອໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນໃຫ້ໜັ້ນຄົງຕະຫຼອດໄປ.

Leave a Reply

Your email address will not be published. Required fields are marked *

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home