ເມືອງບຸນໃຕ້ ຈັດພິທີ ປາຖະກະຖາ ແລະ ສະເຫຼີມສະຫຼອງວັນສ້າງກອງທັບປະຊາຊົນລາວ ຄົບຮອບ 75 ປີ

ເມືອງບຸນໃຕ້ ຈັດພິທີ ປາຖະກະຖາ ແລະ ສະເຫຼີມສະຫຼອງວັນສ້າງກອງທັບປະຊາຊົນລາວ ຄົບຮອບ 75 ປີ

ໃນ​ຕອນ​ເຊົ້າ​ຂອງວັນ​ທີ 16 ມັງ​ກອນ 2024 ນີ້​ຢູ່​ທີ່​ສະ​ໂມ​ສອນ​ຫ້ອງວ່າ​ການ​ເມືອງ ບຸນ​ໃຕ້ ໄດ້​ຈັດ​ພິ​ທີ ປາຖະກະຖາ​ ແລະ ສະ​ເຫຼີມ​ສະ​ຫຼອງວັນ​ສ້າງກອງ​ທັບ​ປະ​ຊາ​ຊົນ​ລາວ ຄົບ​ຮອບ 75 ປີ, ຂື້ນຢ່າງເປັນທາງການນະທີ່ຫ້ອງປະຊຸມສະໂມສອນໃຫ່ຍຂອງຂອງເມືອງບຸນໃຕ້. ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ປະ​ທານຂອງທ່ານ ອ່ອນ​ຄຳ ອິນ​ແສງ ກຳ​ມະ​ການ​ພັກ​ແຂວງ, ເຈົ້າ​ເມືອງ – ເມືອງໃຕ້, ມີບັນດາທ່ານຄະນະປະຈຳພັກເມືອງ, ​ກຳ​ມະ​ການ​ປະ​ຈຳ​ພັກ​ເມືອງ, ກຳມະການພັກເມືອງ, ຫົວໜ້າ – ຮອງຫົວໜ້າຫ້ອງການ, ນາຍ ແລະ ພົນ​ທະ​ຫານ, ນາຍ ແລະ ພົນ​ຕຳ​ຫຼວດ, ພະ​ນັກ​ງານ​ບຳ​ນານ, ອຳ​ນວນ​ການ​ໂຮງ​ຮຽນ – ໂຮງ​ໝໍ, ລັດ​ວິ​ຊາ​ຫະ​ກິດ ພະ​ນັກ​ງານ – ລັດ​ຖະ​ກອນ ​ອ້ອມ​ຂ້າງ​ເມືອງ ເຂົ້າ​ຮ່ວມ​ຮັບ​ຟັງ​ທັງ​ໝົດ 205 ຄົນ, ຍິງ 95 ຄົນ, ສະ​ມາ​ຊິກ​ພ​ັກ 150 ສະ​ຫາຍ, ຍິງ 65 ສະ​ຫາຍ.

ທ່ານ  ອ່ອນ​ຄຳ​ ອິນ​ແສງ ກຳ​ມະ​ການ​ພັກ​ແຂວງ, ເລ​ຂາ​ຄະ​ນະ​ບໍ​ລີ​ຫານ​ງານພັກ​ເມືອງ, ເຈົ້າ​ເມືອງ – ເມືອງບຸນ​ໃຕ້, ໄດ້​​ປາ​ຖະ​ກະ​ຖາເລົ່າ​ມູນ​ເຊ​ື້ອ​ຄືນ       ວັນ​ສ້າງຕັ້ງກອງ​ທັບ​ປະ​ຊາ​ຊົນ​ລາວ ຄົບ​ຮອບ 75 ປີ ( 20 ມັງ​ກອນ 1949 – 20 ມັງ​ກອນ 2024 ), ນັບ​ແຕ່​ໄລ​ຍະ​ວັນ​ສ້າງ​ຕັ້ງ​ເຖິ່ງ​ປະ​ຈຸ​ບັນ. ເຊິ່ງ​ທ່ານ​ໄດ້​ກ່າວ: ຊາດ​ລາວ​ແມ່ນ​ຊາດ​ມີ​ປ​ຫວັດ​ສາດ​ອັນ​ຍາວ​ນານ​ນັບ​ຫຼາຍ​ພັນ​ປີ , ປະ​ຊາ​ຊົນ​ລາວ​ມີນ້ຳ​ໃຈ​ຮັກ​ຊາດ​ອັນ​ດູດ​ດື່ມ, ມີ​ຄວາມ​ສາ​ມັກ​ຄີ​ເປັນ​ປຶກ​ແຜ່ນ, ມີ​ຄວາມ​ດຸ​ໝັ່ນ​ຂະ​ຍັນ​ພຽນ ແລະ ມີ​ມູນ​ເຊື້ອ​ພີ​ລະ​ອາດ​ຫານ​ຕໍ່​ສູ້ບໍ່​ຍ່ອມ​ຈຳ​ນົນ​ຕໍ່​ສັດ​ຕູ, ໃນ​ສະ​ຕະ​ວັດ​ທີ 19 ຫາ ສັດ​ຕະ​ວັດ​ທີ 20 ພວກ​ລ່າ​ເມືອງ​ຂື້ນ​ຝ​ຣັ່ງ ໄດ້​ເຂົ້າ​ມາ​ຮຸກ​ຮານ ແລະ ຍຶດ​ຄອງ​ປະ​ເທດ 2 ຄັ້ງ, ຄັ້ງ​ທີໜຶ່ງ ປີ 1893 – 1945, ຄັ້ງ​ທີ​ສ​ອງ ແຕ່​ປີ 1946 – 1954 ຕະ​ຫຼວດ​ໄລ​ຍະຝ​ຣັ່ງ​ປົກ​ຄອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສຸດ​ທີ່​ລຳ​ບາກ, ບໍ່​ມີ​ສິດ​ເສ​ລີ​ພາບ, ໄປ​ກວ່ານັ້ນ​ຍັງ​ປະ​ເຊີນ​ກັບ​ໄພ​ອຶດ​ຫິວ, ກຶກ​ໜັງ​ສື, ພະ​ຍາດ​ເກີດ​ຂື້ນ​ຢ່າງໜັກ​ໜ່ວງ​, ຍ້ອນທັນ​ຕໍ່​ການ​ຂຸ​ຂີ້​ຂຸດ​ຮິດ​ຂອງ​ພວກ​ຈັກ​ກະ​ພັດ​ຫຼາຍ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຈຶ່ງ​ລຸກ​ຂື້ນ​ຕໍ່​ສູ້​ຢູ່​ຫຼາຍ​ແຫ່ງ, ເດັ່ນ​ກ່າວ​ໝູ່​ແມ່ນ​ການ​ຕໍ່​ພໍ່​ກະ​ດວດ​ອົງ​ແກ້ວ-ອົງ​ມະ​ດຳ, ເຈົ້າ​ຝ້າ​ເມືອງ​ສິງ, ເຈົ້າ​ຝ້າ​ປັດ​ໃຈ ​ແລະ ອື່ນໆ

ຕອນທ້າຍຂອງພິທີຍັງໄດ້ມອບຂອງຂວັນໃຫ້ບັນດາສະຫາຍນາຍ ແລະ ພັນທະຫານ, ອາດິດພະນັກງານການນຳບຳນານ ແລະ ພົນທະຫານ, ​ເນື້ອງ​ໃນ​ໂອ​ກາດວັນ​ສ້າງຕັ້ງກອງ​ທັບ​ປະ​ຊາ​ຊົນ​ລາວ ຄົບ​ຮອບ 75 ປີ ແລະ ມອບ​ລາງວັນ​ປະ​ເພດ​ກິ​ລາ​ແຕ່​ລະ​ປະ​ເພດ ແລະ ວັນ​ນະ​ຄະ​ດີ ຕາມ​ລະ​ດັບ ເປັນ​ກຽດ​ກ່າວມອບ ໂດຍ​ບັນ​ດາ​ທ່ານ​ການ​ນຳ​ເມືອງ​ຕາມ​ລຳ​ດັບ.

ໃນ​ພິ​ທີ ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳ​ຄັນ​ໃນ​ຄັ້ງ​ນີ້ ອ່ອນ​ຄຳ​ ອິນ​ແສງ ກຳ​ມະ​ການ​ພັກ​ແຂວງ, ເລ​ຂາ​ຄະ​ນະ​ບໍ​ລີ​ຫານ​ງານພັກ​ເມືອງ, ເຈົ້າ​ເມືອງ – ເມືອງບຸນ​ໃຕ້, ໄດ້​ມີ​ທັດ​ສະ​ນ​ະ​ໂອ້​ລົມ​ຕໍ່​ພິ​ທີ​ປາ​ຖະ​ກະ​ຖາ ດ້ານ​ການ​ເມືອງ – ແນວ​ຄິດ ໃຫ້ພະ​ນັກ​ງານ​​ – ລັດ​ຖະ​ກອນ, ​ ທີ​​​ມີ​ຄວາມ​ໜາຍ​ຄວາ​ມສຳ​ຄັນ, ເອົາ​ສະ​ພາບ​ຈິງ, ເອົາກົດ​ໝາຍ​ມາ​ເປັນ​ບ່ອນ​ອີງ, ເພີ່ມ​ທະ​ວີ​ສ້າງ​ຄວາມ​ສາ​ມັກ​ຄີ​ເປັນ​ເອ​ກະ​ພາບ, ວັນ​ສຳ​ຄັນ​ຂອງ​ພັກ – ຂອງ​ຊາດ ໃຫ້​ເຂັ້ມ​ແຂງ​ຮັ່ງ​ມີ.

ຂ່າວ:ໂຕນ ມະ​ນີ​ວົງ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet