Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
8. ແຂວງຜົ້ງສາລີມອບ - ຮັບເງິນນະໂຍບາຍອຸດໜູນເທື່ອດຽວ ຜູ້ຍັງມີຊີວິດ ແລະ ອຸດໜູນເທື່ອດຽວ ຜູ້ເສຍສະຫລະຊີວິດ ໃນປາງສົງຄາມ ຕາມດຳລັດ 57/ລບ, ໃນງວດ I 2026 -

8. ແຂວງຜົ້ງສາລີມອບ – ຮັບເງິນນະໂຍບາຍອຸດໜູນເທື່ອດຽວ ຜູ້ຍັງມີຊີວິດ ແລະ ອຸດໜູນເທື່ອດຽວ ຜູ້ເສຍສະຫລະຊີວິດ ໃນປາງສົງຄາມ ຕາມດຳລັດ 57/ລບ, ໃນງວດ I 2026

ແຂວງຜົ້ງສາລີມອບ – ຮັບເງິນນະໂຍບາຍອຸດໜູນເທື່ອດຽວ

ຜູ້ຍັງມີຊີວິດ ແລະ ອຸດໜູນເທື່ອດຽວ ຜູ້ເສຍສະຫລະຊີວິດ ໃນປາງສົງຄາມ ຕາມດຳລັດ 57/ລບ, ໃນງວດ I 2026

     ຕອນເຊົ້າຂອງວັນທີ 18 ພຶດສະພາ 2026 ທີສະໂມສອນເມືອງບູນເໜືອ, ທັງພະແນກແຮງງານ ແລະ ສະຫັວກດີການສັງຄົມແຂວງ, ໄດ້ຈັດພິທີມອບ – ຮັບເງິນນະໂຍບາຍອຸດໜູນເທື່ອດຽວ ເສຍສະຫຼະຊີວິດ ແລະ ຜູ້ຍັງມີຊີວິດ ໃນງວດ 1 ປະຈໍາປີ 2026 ໂດຍການເປັນປະທານຂອງ ທ່ານ ອູ່ຄຳ ຕຸລາ ພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະ ກຳມະການປົກຄອງແຂວງຜົ້ງສາລີ ຜູ້ຊີ້ນໍາວຽກງານຂົງເຂດ ວັດທະນະທຳ-ສັງຄົມຂັ້ນແຂວງ, ມີທ່ານ ບູນສາລີ ຈິດດາພອນ ກຳມະການພັກແຂວງ, ຫົວໜ້າພະແນກແຮງງານ ແລະ ສະຫັວກດີການສັງຄົມແຂວງຜົ້ງສາລີ ,ບັນດາທ່ານ ຄະນະຮັບຜິດຊອບຄົ້ນຄວ້ານະໂຍບາຍຂັ້ນແຂວງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ວິຊາການຜູ້ຮັບຜິດຊອບວຽກງານນະໂຍບາຍຂັ້ນເມືອງ 7 ເມືອງ, ບັນດາທ່ານ ຜູ້ຖືກຮັບນະໂຍບາຍ ແລະ ຜູ້ຕ່າງໜ້າຮັບນະໂຍບາຍອຸດໜູນ 2 ເປົ້າໝາຍດັ່ງກ່າວເຂົ້າຮ່ວມ.

ຄະນະຈັດຕັ້ງພິທີໄດ້ຂື້ນ ຜ່ານ ຂໍ້ຕົກລົງ ຂອງທ່ານລັດຖະມົນຕີ ສະບັບເລກທີ່ 1007 ແລະ 1013/ຮສສ, ລົງວັນທີ 17 ມີນາ 2026 ວ່າດ້ວຍການປະຕິບັດນະໂຍບາຍອຸດໜູນເທື່ອດຽວ ຜູ້ຍັງມີຊີວິດ ແລະ ອຸດໜູນເທື່ອດຽວ ຜູ້ເສຍສະຫຼະຊີວິດໃນປາງສົງຄາມ ໃນງວດ 1 ປີ 2026, ໃນນີ້ ອຸດໜູນເທື່ອດຽວຜູ້ຍງມີຊີວິດ ຈຳນວນ 368 ທ່ານ, ຍິງ 34 ທ່ານ, ອຸດໜູນເທື່ອດຽວ ຜູ້ເສຍສະຫຼະຊີວິດ ໃນ ປາງສົງຄາມ ຈໍານວນ 473 ທ່ານ, ຍິງ 08 ທ່ານ.ລວມເປັນ ທັງໜົດ 15,745,363,475 ກີບ.
     ໃນໂອກາດ ທີມີຄວາມໝາຍຄວາມສໍາຄັນນີ້ ມີທ່ານ ອູ່ຄຳ ຕຸລາພັນ ກຳມະການຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນໍາວຽກງານຂົງເຂດ ວັດທະນະທຳ-ສັງຄົມຂັ້ນແຂວງ,ໂອ້ລົມວ່າ:ກ່ອນອື່ນ ທ່ານໄດ້ສະແດງຍ້ອງຍໍ້ຊົມເຊີມຕໍ່ຄວາມກະຕັນຍູຮູ້ບຸນຄຸນຢ່າງເລິກເຊິ່ງຂອງ ພັກ ແລະ ລັດຖະບານ ທີ່ບໍ່ເຄີຍລືມໄລຜົນງານຂອງຍາດຕິພີ່ນ້ອງທີ່ໄດ້ເສຍສະຫຼະເພື່ອປະເທດຊາດ ບັນດາທ່ານ ຂໍໃຫ້ທຸກທ່ານຈົ່ງພາກພູມໃຈວ່າ ຄວາມສຸກສະບາຍ ແລະ ເອກະລາດຂອງ ຊາດໃນທຸກມື້ນີ້ ແມ່ນມີຢາດເຫື່ອ ແລະ ເລືອດເນື້ອຂອງຂອງຍາດຕິພີ່ນ້ອງ, ເຖິງວ່າສະພາບເສດຖະກິດຂອງປະເທດຈະມີຄວາມຫຍຸ້ງຍາກ, ແຕ່ພັກ-ລັດ ກໍຍາມໃດກໍຖື ເປັນບູລິມະສິດແລະສໍາຄັນ ໃນການຊອກຫາທຶນຮອນມາແກ້ໄຂນະໂຍບາຍ ເຊິ່ງເງິນ ກ້ອນນີ້ດັ່ງກ່າວບໍ່ແມ່ນພຽງແຕ່ຕົວເລກ, ແຕ່ມັນແມ່ນ “ນໍ້າຈິດນໍ້າໃຈ” ແລະ ຄວາມຮັບຜິດຊອບ ຂອງການຈັດຕັ້ງທີ່ມີຕໍ່ບຸກຄົນຜູ້ມີຜົນງານ,ທ່ານຍັງຮຽກຮ້ອງໃຫ້ຮູ້ທີ່ມາຮັບເງິນໃນຄັ້ງນີ້ ໃຫ້ນໍາໃຊ້ເຂົ້າໃນການເຮັດບຸນກິນທານ ເພື່ອອຸທິດຫາເພື່ອນມິດສະຫາຍ ຫຼື ສະມາຊິກຄອບຄົວທີ່ໄດ້ເສຍສະຫຼະຊີວິດໄປກ່ອນ ແລ້ວ ແລະ ແກ້ໄຂຄວາມຂາດເຂີນພາຍໃນຄອບຄົວ ເປັນທຶນຮອນໃນການພັດທະນາເສດຖະກິດຄອບຄົວເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂື້ນ.
ພາບ-ຂ່າວແກ້ວສະຫ່ວາ ໄຊຍະເງີນ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet