ເມືອງ​ສໍາພັນ ​ແຂວງ​ຜົ້ງ​ສາລີ ສະເຫຼີມສະຫຼອງວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 75 ປີ.

ເມືອງ​ສໍາພັນ ​ແຂວງ​ຜົ້ງ​ສາລີ ສະເຫຼີມສະຫຼອງວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 75 ປີ.

      ພິທີ​ດັ່ງກ່າວ​ໄດ້​ຈັດ​ຂື້ນ​ໃນ​​ວັນ​ທີ 16 ມັງກອນ 2024 ຢູ່​ທີ່​ຟາມໄຊ​ເມືອງ​ສຳພັນ ​ແຂວງ​ຜົ້ງ​ສາລີ​.​ໂດຍໃຫ້ກຽດເຂົ້າ ຮ່ວມ​ຂອງ​ທ່ານ ບົວທອງ ອຸແສງຄຳ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກພັກ-ພະນັກງານ,​ທ່ານ ທອງຕື ເກຍສະບົງ ກຳມະ ການ​ພັກ​ແຂວງ ​ເລຂາ​ພັກ​ເມືອງ​ເຈົ້າ​ເມືອງ​ໆ​ສຳພັນ ປະທານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ເມືອງ,ມີທ່ານ ພັທ ສົມຈັນ ໄຊສົມບຸນ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງ,ກອງບັນຊາການທະຫານ ເມືອງ ສຳພັນ,ມີບັນດາ​ຄະນະ​ປະຈຳພັກ​ເມືອງ,ຄະນະ​ພັກ,ຫົວໜ້າຫ້ອງການ​,ພະນັກງານ-ລັດຖະກອນ,ພະນັກງານ-ນັກຮົບໃນ ກຳລັງປະກອບອາວຸດ,ນັກຮົບແຂງຂັ້ນ,ພະນັກງານ​ບຳນານ, ​ຕະຫຼອດຮອດບັນດາ ຫົວໜ່ວຍທຸລະກິດຕ່າງໆ ແລະ ພໍ່ແມ່ ປະຊາຊົນ 2 ບ້ານ​ອ​້ອມຂ້າງ​ເມືອງເຂົ້າ​ຮ່ວມ.

ໃນ​ພິທີ​ດັ່ງກ່າວທ່ານ ພັທ ສົມຈັນ ໄຊສົມບຸນ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າການ ເມືອງ, ກໍ່​ໄດ້​ຂື້ນຜ່ານ​ມູນ​ເຊື້ອ ການກຳເນີດ ແລະ ຂະຫຍາຍຕົວຂອງກອງບັນຊາການທະຫານເມືອງສຳພັນ ຄົບຮອບ 70 ປີ,  ​ເຊິ​ງທ່ານ​ໄດ້​ຍົກ​ໃຫ້​ເຫັນ. ວັນທີ 15 ພະຈີກ 1954 ທະຫານເມືອງໄດ້ສ້າງຕັ້ງ​ຂື້ນເປັນໝວດ B ສະຖານທີຢູ່ ບ້ານ ເມືອງຮຸນ ຕາແສງເມືອງຮຸນ ມີ ຈຳນວນພົນ 25 ສະຫາຍ ຜູ້ບັນຊາ ສະຫາຍ ຊຽງ ທີ ເປັນຫົວໜ້າໝວດ ແລະ ສະຫາຍ ຊຽງ ແພງ ເປັນຮອງ ເພື່ອຮັກ ສາກຳລັງແນວລາວຮັກຊາດ ເຄື່ອນໄຫວປິດລັບຢູ່ເຂດດັ່ງກ່າວເຊີ່ງ ເປັນເຂດ ຍາດແຍ່ງ ຂອງກຳລັງອານາຈັກວຽງຈັນ ແລະ ອິດສະຫຼະໃນເມືອກອນ.ພ້ອມນີ້ຍັງໄດ້ຮັບຟັງການຜ່ານ ຄໍາສັ່ງປະຈໍາວັນ ຂອງລັດ ຖະ ມົນຕິກະຊວງປ້ອງກັນປະເທດ ແຫ່ງ ສປປລາວ ກ່ຽວກັບການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ( ວັນທີ 20 ມັງກອນ 1949-ວັນທີ 20 ມັງກອນ 2024 ).ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນ ໄດ້ຮັບຟັງບົດປາໄສຂອງ ທ່ານ ທອງຕື ເກຍສະບົງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆສຳພັນ ປະທານ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ເມືອງ ເຊີ່ງທ່ານໄດ້ຍົກໃຫ້ເຫັນເຖິງ 75 ປີ ຜ່ານພົ້ນໄປນັ້ນ ມັນແມ່ນໄລ ຍະເວ ລາປະຫວັດສາດຂອງຊາດລາວເຮົາ ທີ່ໄດ້ ຜ່ານພົ້ນພະຍຸລົມແດງ ຂອງການຕໍ່ສູ້ກູ້ຊາດ,ປົກປັກຮັກສາ ແລະ ພັດທະນາ ປະເທດຊາດ ທີ່ແສນຮັກຂອງພວກເຮົາ, ຕິດ ພັນກັບປະຫວັດສາດດັ່ງກ່າວ ກອງທັບປະຊາຊົນລາວຂອງພວກເຮົາ ໄດ້ ເຕີບໃຫຍ່ເຂັ້ມແຂງໄປພ້ອມໆກັນ ຄືດັ່ງພວກ ເຮົາໄດ້ຮູ້ນຳກັນແລ້ວວ່າ;ໂດຍບໍ່ຍອມສູນເສຍຄວາມເປັນ ເອກະລາດ ຂອງ ປະເທດຊາດ,ບໍ່ຍອມເປັນຂ້ອຍຂ້າໃຫ້ຕາງຊາດ,ດ້ວຍມູນເຊື້ອຮັກຊາດ ແລະ ບໍ່ຍ້ອມຈຳນົນ,ບັນດາບັນພະບຸລຸດຜູ້ຍິ່ງໃຫຍ່ ຂອງຊາດເຮົາ ລຸ້ນນີ້ຕໍ່ລຸ້ໜ້າ ໄດ້ນຳພາ ປະຊາ ຊົນລາວບັນດາເຜົ່າ ລຸກຂື້ນຕໍ່ສູ້ ຕ້ານຈັກກະພັດຜູ້ຮຸກຮານ ແລະ ສັກດິນາ ປະຕິການຂາຍຊາດ ຕະຫຼອດຮ້ອຍປີຜ່ານ ມາ ແລະ 75 ປີຜ່ານມາ ກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນ ດາ ເຜົົ່າ,ໃນເມືອງສຳພັນພວກເຮົາກໍ່ ໄດ້ດໍາເນີນການ ຕໍ່ສູ້ຢ່າງພິລະອາດຫານ ແລະ ຍາດໄດ້ໄຊຊະນະອັນໃຫຍ່ ຫຼວງເປັນ ກ້າວໆມາ,ເມືອງສຳພັນ ແມ່ນໜື່ງໃນ 5 ບ້ານວີລະຊົນ ຂອງກຳລັງການປະຕິວັດ ໃນສະໃໝ່ຕໍ່ສູ້ຕ້ານຈັກກະພັດ ອາເມລີ ກາຜູ້ຮຸກຮານ ກໍາລັງປະຕິວັດ ຢູ່ເມືອງພວກເຮົາໄດ້  ຂະຫຍາຍ ຕົວແຕ່ນ້ອຍເຖິງໃຫຍ່,ກໍາລັງປະກອບອາວຸດ ຂອງເມືອງ ພວກເຮົາ ຍິ່ງຜ່ານການ ທົດສອບໃນແປວໄຟແຫ່ງ ການ ຕໍ່ສູ້ກູ້ຊາດ,ກໍ່ຍິ່ງຜ່ານການໃຫຍ່ຂະຫຍາຍຕົວ,ໄດ້ເກີດມີ ຫຼາຍ ກົມກອງ ແລະ ບຸກຄົນທີ່ດີເດັ່ນ, ໄດ້ຮັບນາມມະຍົດນັກຮົບ ແຂ່ງຂັນເປັນວິລະຊົນແຫ່ງຊາດ, ນອກຈາກ ໄດ້ເຮັດສໍາເລັດ ໜ້າທີ່ຢູ່ພາຍໃນເມືອງຂອງຕົນແລ້ວ, ພວກເຮົາຍັງໄດ້ເຮັດ ໜ້າທີ່ພັນທະຊ່ວຍບັນດາ ເມືອງທີ່ໃກ້ຄຽງຕື່ມອີກ,ຈາກຄຸນ ງາມຄວາມດີຜົນງານທີ່ສ້າງຂື້ນໄດ້ນັ້ນເມືອງ ພວກເຮົາ ກໍ່ໄດ້ ຮັບນາມມະຍົດເປັນບ້ານວິລະຊົນ ( ບ້ານສະນຳຮະ ), ມີ ບຸກຄົນວິລະຊົນ 6 ທ່ານ, ນັກຮົບແຂ່ງຂັນ 8 ທ່ານ,ຍິງ 3 ທ່ານ ໃນສະໃໝການປະຕິວັດປົດປ່ອຍຊາດຜ່ານມາ.ໃນໂອ ກາດທີໄດ້ເຂົ້າຮວມພິທີ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີຄັ້ງນີ້ ທ່ານ ບົວທອງ ອຸແສງ ຄຳ ຮອງເລຂາພັກແຂວງ ໄດ້ ມອບກະຕາຂອງຂວັນໃຫ້ທ່ານເຈົ້າເມືອງ ແລະ ຫົວໜ້າກອງບັນຊາການທະຫານເມືອງ ພ້ອມເງີນຈຳນວນໜືງ,ນອກນີ້ຍັງໄດ້ມອບໃບສັນລະເສີນຂອງທ່ານເຈົ້າເມືອງ ໃຫ້ແກ່ກົມກອງ,ຫ້ອງການພາຍໃນເມືອງ ເປັນກຽດກ່າວມອບຂອງທ່ານເຈົ້າເມືອງໆສຳພັນຕາມລຳດັບຢ່າງຊົມກຽດ.
ຂ່າວ:ຄຳຮຸ່ງ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet